ອາເມລິກາອຸປະຖຳ10ລ້ານUSDໃຫ້ແກ່ຫວຽດນາມເພື່ອຕ້ານການຄ້າຂາຍເຖື່ອນສັດປ່າ

ອາເມລິກາອຸປະຖຳ10ລ້ານUSDໃຫ້ແກ່ຫວຽດນາມເພື່ອຕ້ານການຄ້າຂາຍເຖື່ອນສັດປ່າ - ảnh 1
ທ່ານ Ted Osius  ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ 
ພາບ:baodautu

(vovworld)-​ວັນ​ທີ 18/11 ຢູ່ ຮ່າ​ໂນ້ຍ, ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ ການ​ພົບ​ປະ​ສົນ​ທະ​ນາ “ຄູ່​ຮ່ວມ​ມື​ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງ​ໃນ​ການ​ຕ້ານ​ການ​ຄ້າ​ຂາຍ​ເຖື່ອນ​ສັດ​ປ່າ”. ທ່ານ Ted Osius  ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ ໄດ້​ປະ​ກາດ​ໂຄງ​ການ​ອະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ​ປະ​ເພດ​ຫາ​ຍາກ ໂດຍ​ອົງ​ການ​ພັດ​ທະ​ນາ​ສາ​ກົນ ຂອງ ອ​າ​ເມ​ລິ​ກາ ອຸ​ປະ​ຖຳ ລວມ​ມູນ​ຄ່າ 10 ລ້ານ USD. ໂຄງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ໄລ​ຍະ 5 ປ​ີ ຈະ​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ຕ້ອງ​ການ​ໃນ​ການ​ນຳ​ໃຊ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ຜິດ​ກົດ​ໝາຍ​ຈາກ​ສັດ​ປ່າ ພ້ອມ​ທັງ​ປັບ​ປຸງ ແລະ ເປັນ​ເອ​ກະ​ພາບ​ກອບ​ກົດ​ໝາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕ້ານ​ອາດ​ຊະ​ຍາ​ກຳ​ກ່ຽວ​ກັບ​ສັດ​ປ່າ​ຢູ່​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ