ອາເມລິກາຮັບຮອງເອົາການພົວພັນດ້ານການຄ້າເປັນປົກກະຕິກັບລັດເຊຍ

ອາເມລິກາຮັບຮອງເອົາການພົວພັນດ້ານການຄ້າເປັນປົກກະຕິກັບລັດເຊຍ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 20/12, ທ່ານ​ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ມອບ​ກົດ​ລະບຽບ “​​ການ​ພົວພັນ​ດ້ານ​ການ​ຄ້າ​ເປັນ​ປົກກະຕິຕະຫຼອດການ​” (PNTR) ກັບ​ລັດ​ເຊຍ. ການ​ກະທຳ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ພາຍຫຼັງ​ທີ່​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້​ປ່ອນ​ບັດ​ຮັບຮອງ​ເອົາ​ເລື່ອງຢຸດຕິ​ບັນດາ​ການ​ຂວ້ຳ​ບາດ​ດ້ານ​ການ​ຄ້າ​ແຕ່​ສະ​ໄໝ​ສົງຄາມ​ເຢັນ ທີ່​ມີ​ຕໍ່​ລັດ​ເຊຍ ພາຍ​ຫຼັງ ມົດ​ສະ​ກູ ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ (WTO). ​ໃນ​ຖະ​ແຫຼງການຂອງ​ຕົນ, ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ “ສະຫະພັນ​ລັດ​ເຊຍ ​ໄດ້​ປະຕິບັດ​ລະບຽບ​ການ​ຢ່າງ​ຄົບ​ຖ້ວນການ​ອົບ​ປະ​ອົບ​ຢ່າງ​ເສລີ ລະບຽບ​ກົດໝາຍ Jackson – Vanik ປີ 1974” ຢ່າງ​ຄົບ​ຖ້ວນ. Jackson – Vanik ​ໄດ້​ຖື​ວ່າ​ແມ່ນ​ລະບຽບ​ກົດໝາຍ​ດ້ານການ​ຄ້າ​​ແຕ່​ສະ​ໄໝສົງຄາມ​ເຢັນ, ​ໃນ​ນັ້ນ​ມີ​ຂໍ້ມາດ​ຕາຕິດ​ພັນ​ກັບ​ບັນດາ​ລະດັບ​ພາສີ​ບຸລິມະສິດ​ຂອງ​ອາ​ເມ​ລິ​ກາ ທີ່​ມີ​ຕໍ່​ການ​ໄປມາ​ຢ່າງ​ເສລີ​ຂອງ​ຊາວ​ຢີວ ຢູ່​ລັດ​ເຊີຍ ​ໃນ​ເມື່​ອ​ກ່ອນ​. ​ແຕ່​ວ່າ​, ​ໃນ​ສະພາບ​ທີ່​ລັດ​ເຊຍ ​ເຂົ້າ​ຮ່ວມ WTO, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ອະນຸຍາດ​ໃຫ້​ທ່ານ​ປະທານາທິບໍດີ Obama ມອບ PNTR ​ໃຫ້​​ຝ່າຍ​ລັດ​ເຊຍ ​ເພື່ອ​ຮັບປະກັນ​ໃຫ້​ບັນດາ​ບໍລິສັດ​ຂອງ​ອາ​ເມ​ລິ​ກາ ​ໄດ້​ແບ່ງ​ຜົນ​ປະ​ໂຫຍ​ດຢ່າງ​ຄົບ​ຖ້ວນ ​ເມື່ອ ມົດ​ສະ​ກູ ກ່າຍ​ເປັນ​ສະມາຊິກ​ສົມ​ບຸນ​ຂອງ​ອົງການ WTO.

ຂ່າວ/ບົດ​ອື່ນ