(ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸ໋ກ
ຢ້ຽມຢາມແລະ ເຮັດວຽກຢູ່ ອາເມລິກາ)
(vovworld) - ໃນການຢ້ຽມຢາມອາເມລິກາ ແຕ່ວັນທີ 21 – 23 ສິງຫາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸ໋ກ ໄດ້ມີບັນດາການພົບປະກັບທ່ານລັດຖະມົນຕີກະຊວງຍຸຕິທຳ Eric Holder, ທ່ານລັດຖະມົນຕີກະຊວງສາທາລະນສຸກ Kathleen Sebelius. ທີ່ບັນດາການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄດ້ຕີລາຄາສູງການໜູນຊ່ວຍຂອງລັດຖະບານອາເມລິຫາ ແລະ ບັນດາອົງການທີ່ກ່ຽວຂ້ອງທີ່ມີຕໍ່ຫວຽດນາມ ໃນບັນດາຂົງເຂດຮ່ວມມືດ້ານສາທາລະນະສຸກ, ມະນຸດສະທຳ, ການສຶກສາ, ບຳລຸງສ້າງ… ການໜູນຊ່ວຍດັ່ງກ່າວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນລະຫວ່າງຫວຽດນາມ ອາເມລິກາ ແລະ ໃນໄລຍະຈະມາເຖິງ 2 ປະເທດຄວນສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດດັ່ງກ່າວກຍິ່ງວ່າອີກ. ຝ່າຍອາເມລິກາ ໄດ້ຕີລາຄາສູງບັນດາຜົນງານຊຶ່ງຫວຽດນາມ ບັນລຸໄດ້ ໃນການກໍ່ສ້າງ, ພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຜົນງານຂອງຫວຽດນາມ ໃນການປ້ອງກັນ, ຕ້ານ HIV/AIDS ແລະ ພະຍາດອື່ນໆ, ຢືນຢັນຄວາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ, ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ ແລະ ແບ່ງປັນບົດຮຽນກັບຫວຽດນາມ ໃນບັນດາຂົງເຂດຮ່ວມມືປະຕິຮູບດ້ານຕຸລາການ, ປ້ອງກັນຕ້ານຢາເສບຕິດ, HIV/AIDS ແລະ ຕ້ານໄພກໍ່ການຮ້າຍ.