ອຳນາດການປົກຄອງ Tripol ປະຕິເສດເຊັນ ຂໍ້ຕົກລົງສັນຕິພາບ

ອຳນາດການປົກຄອງ Tripol ປະຕິເສດເຊັນ ຂໍ້ຕົກລົງສັນຕິພາບ - ảnh 1
ທູດ​ພິ​ເສດ​ສະຫະ​ປະຊາ​ຊາດທ່ານ Bernardino Leon
(ພາບ: un.org)

(vovworld) - ວັນ​ທີ 12/7, ບັນດາ​ກຳລັງ​ການ​ເມືອງ​ຢູ່ ລີ​ບີ ​ໄດ້​​ເຊັນ​ກວດ​ຂໍ້​ຕົກລົງ​ສັນຕິພາບ​ໂດຍ​ສະຫະ​ປະຊາ​ຊາດ​ສະ​ເໜີ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊົນ​ຊາດ ​ແລະ ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ນີ້. ທູດ​ພິ​ເສດ​ສະຫະ​ປະຊາ​ຊາດທ່ານ Bernardino Leon ຖື​ວ່າ, ​ນີ້​ແມ່ນ​ບາດກ້າວ​ສຳຄັນ​ຢ່າງ​ແທ້​ຈິງ​ບົນ​ເສັ້ນທາງ​ມຸ່ງ​ໄປ​ສູ່​ສັນຕິພາບ. ຂໍ້​ຕົກລົງ​ການ​ເມືອງ​ໂດຍ​ສະຫະ​ປະຊາ​ຊາດ​ ອຸປະຖຳ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະພາ​ແຫ່ງ​ຊາດ​ລີ​ບີ ກໍ່​ຄື​ການ​ນຳ​ບັນດາ​ພັກ​ການ​ເມືອງ, ບັນດາ​ທ້ອງ​ຖີ່​ນ ​ແລະ ອົງການ​ຈັດ​ຕັ້ງ​ສັງຄົມ​ພົນລະ​ເຮືອນ.

ຂ່າວ/ບົດ​ອື່ນ