ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) -ເນື່ອງໃນໂອກາດບຸນເຕັດປີຂານ ຂອງ ຫວຽດນາມ, ວັນທີ 30 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ ແລະ ບັນດາການນຳຂັ້ນສູງພັກ, ລັດ ລາວໄດ້ສົ່ງສານອວຍພອນມາຍັງບັນດາການນຳຂັ້ນສູງພັກ ແລະ ລັດ ຫວຽດນາມ.

ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ (ພາບ: TTXVN)

ໃນສານອວຍພອນສົ່ງໄປຍັງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕໍ່ໄຊຊະນະອັນສະຫງ່າອົງອາດ ກໍ່ຄືບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ເຊິ່ງ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດຊົນຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.

ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງສອງປະເທດ.

ແລະ ກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ, ທ່ານປະທານປະເທດ ລາວ ໄຊສົມພອນ ພົມວິຫານ ກໍ່ໄດ້ສົ່ງສານອວຍພອນບຸນເຕັດ ໄປຍັງທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ