ຮັບປະກັນປະສິດທິຜົນໃນວຽກງານແຂ່ງຂັນ, ຍ້ອງຍໍ

ຮັບປະກັນປະສິດທິຜົນໃນວຽກງານແຂ່ງຂັນ, ຍ້ອງຍໍ - ảnh 1
(ພາບປະກອບ)

(vovworld) –  ບັນດາ​ກະຊວງ, ຂະ​ແໜງ​ການ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຕ້ອງ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ຈຸດ​ສຸມກ່ຽວ​ກັບ​ການ​ປ່ຽນ​ໃໝ່​ວຽກ​ງານ​​ແຂ່ງຂັນ, ຍ້ອງ​ຍໍ ​ເຊິ່ງ​ໄດ້​ວາງ​ອອກ​ໃນ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຢ່າງ​ແ​ຮ​ງ, ເຂັ້ມ​ງວດ ​ແລະ ຄົບ​ຊຸດ​ກວ່າ. ຕາມ​ຄຳ​ເຫັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ທີ່​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ​ເຊື່ອມ​ຊຶມ​​ຜັນ​ຂະຫຍາຍ​ຄຳ​ສັ່ງ​ດັ່ງກ່າວ ທີ່​ຫາ​ກໍ່ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ຄະນະ​​ພັກ, ອົງການ​ຈັດ​ຕັ້ງ​ພັກທຸກ​ຂັ້ນ, ຜູ້ນຳ​ອົງການ, ຫົວໜ່ວຍ ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ຊີ້​ນຳ​ຂະ​ບວນການ​ແຂ່ງຂັນ, ຮັບປະກັນ​ຄວາມ​ແທດ​ຈິງ, ມີປະສິດທິ​ຜົນ; ຮັບຜິດ​ຊອບດ້ານ​ຄຸນນະພາ​ບ, ປະສິດທິ​ຜົນ​ວຽກ​ງາ​ນ​ແຂ່ງຂັນ, ຍ້ອງຍໍ; ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ, ​ເປັນ​ແບບຢ່າງ​ຂອງ​ແຕ່ລະ​ໜ່ວຍ​ພັກ, ສະມາຊິກ​ພັກ. ສືບ​ຕໍ່​​ເຊື່ອມຊຶມ, ​ໂຄສະນາ​​ແນວທາງແຜນ​ນະ​ໂຍບາຍ​ຂອງ​ພັກ, ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມິນ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ແຂ່ງຂັນ, ຍ້ອງຍໍ​ປີ 2013. ການ​ພົບ​ເຫັນ, ບຳລຸງ​ສ້າງ, ສະຫຼຸບ ​ແລະ ທະວີຄູນ​ແບບຢ່າງ​ດີ​ເດັ່ນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ໃນ​ການ​ປ່ຽນ​ໃໝ່​ວິທີ​ການຈັດ​ຕັ້ງ​ຊີ້​ນຳ​ຂະ​ບວນການ​ແຂ່ງຂັນ, ຮັບປະກັນ​ການ​ປະຕິບັດ​​ທັງ 4 ຂອດ​ດັ່ງກ່າວຢ່າງ​ຄົບ​ຊຸດ.

ຂ່າວ/ບົດ​ອື່ນ