ຮັບປະກັນລາຄາສິນຄ້າ ເປັນປົກກະຕິເພື່ອຮັບໃຊ້ ບຸນປີໃໝ່ປະຈຳຊາດ ປີມະເມຍ

ຮັບປະກັນລາຄາສິນຄ້າ ເປັນປົກກະຕິເພື່ອຮັບໃຊ້ ບຸນປີໃໝ່ປະຈຳຊາດ ປີມະເມຍ - ảnh 1
(ຮັບປະກັນ​ລາຄາ​ສິນຄ້າ​​ເປັນ​​ປົກ​ກະຕິ​ເພື່ອຮັບ​ໃຊ້​ບຸນປີ​ໃໝ່​ປະຈຳ​ຊາດ)

(vovworld) - ກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ ​ໃຫ້​ຮູ​້ວ່າ ລາຍ​ການຮັບປະກັນ​ລາຄາ​ສິນຄ້າ​​ເປັນ​​ປົກ​ກະຕິ​​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເມຍ 2014 ​ໄດ້​ມີ​ຈຸດ​ໃໝ່​ຫຼາຍ​ຢ່າງ. ຖ້າ​ຫາກ​ໃນ​ຊຸມ​ປີ​ກ່ອນໆ, ລາຍການ​ພຽງ​ໜູນ​ຊ່ວຍ​ທຶນ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ແຈກ​ຢາຍ, ປີ​ນີ້​ຈະ​ໜູນ​ຊ່ວຍ​ໃຫ້​ທັງ 3 ​ເປົ້າ​ໝາຍ​ແມ່ນ​ຜູ້​ຜະລິດ, ນັກ​ແຈກ​ຢ່າ​ຍສິນຄ້າ ​ແລະ ວິ​ສາ​ຫະກິດ​ຂົນ​ສົ່ງ​ສິນຄ້າ. ພ້ອມ​ກັນ​ນັ້ນ, ບັນດາ​ສະຖານ​ທີ່ຂາຍ​ເຄື່ອງຮັບປະກັນ​ລາຄາ​ສິນຄ້າ​​ເປັນ​​ປົກ​ກະຕິ ບໍ່​ພຽງ​ແຕ່​ຮັບ​ໃຊ້​​ໄລຍະກ່ອນ​ປີ​ໃໝ່ ​ແລະ ​ໃນ​ໂອກາດ​ປີ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ຮັບ​ໃຊ້​ໃນ​ໄລຍະພາຍຫຼັງ​ບຸນປີ​ໃໝ່​ ​ເພື່ອ​ປະຕິບັດ​ການ​ຮັບປະກັນ​ລາຄາ​ເປັນ​ປົກກະຕິ​ຢ່າງ​ໝັ້ນຄົງອີກ​ດ້ວຍ. ທ່ານ ຈູ​ຊວນ​ກຽນ, ຮອງ​ຜູ້​ອຳນວຍ​ການ​ໃຫຍ່​ບໍລິສັດ​ການ​ຄ້າ​ຮ່າ​ໂນ້ຍ (Hapro), ​ເປັນ​ໜຶ່ງ​ໃນ​ບັນດາ​ຫົວໜ່ວຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ການ​ຂາຍ​ເຄື່ອງ​ເຂື່ອນທີ່ນັບ​ຮ້ອຍ​ຖ້ຽວ ຢູ່​ບັນດາ​ເຂດ​ຊານ​ນະຄອນ​ຮ່າ​ໂນ້ຍ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ ​ໃຫ້​ຮູ້​ວ່າ.

     “ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໄດ້​ໜູນ​ຊ່ວຍ​ບໍລິສັດ​ໃຫຍ່ 126 ຕື້​ດົງ ​ເພື່ອກະກຽມ​ໃຫ້​ໂຄງການ​ຮັບປະກັນ​ລາຄາ​ເປັນ​ປົກ​ກະຕິ​ຂອງ​ສິນຄ້າ 7 ຢ່າງ​ທີ່​ຈຳ​ເປັນ. ​ໄລ​ຮອດ​ເວລາ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ​້ກະກຽມ​ສິນຄ້າ​ຮັບປະກັນ​ລາຄາ​ເປັນ​ປົກກະຕິຕົກ​ເປັນ​ມູນ​ຄ່າ 200 ຕື້​ດົງ. ນອກຈາກ​ນັ້ນ, ຈຳນວນ​ສິນຄ້າ​ຮັບ​ໃຊ້​ໃນ​ບຸນປີ​ໃໝ່ ​ໄດ້​ກະ​ກຽມ​ສິນຄ້າ​ຮັບ​ໃຊ້​ໃນ​ໂອກາດ​ບຸນ​ປີ​ໃໝ່​ກວ່າ 1000 ຕື້​ດົງ. ພວກ​ຂ້າພະ​ເຈົ້າ​ຈະ​ແຈ້ງ​ຂ່າວ​ເຖິງ​ພໍ​ແມ່ນ​ປະຊາຊົນ​ບັນດາ​ທ້ອງ​ຖິ່ນ ​ເພື່ອ​​ໃຫ້ທຸກ​ຄົນ​ໄດ້​ຮູ້​ກ່ຽວ​ກັບ​ລາຍການ​ຮັບປະກັນ​ລາຄາ​ເປັນ​ປົກກະຕິ​ຂອງ​ບໍລິສັດ.”

ຂ່າວ/ບົດ​ອື່ນ