( ພາບ : http://cema.gov.vn)
ວັນທີ 8 ທັນວາ, ຢູ່ນະຄອນ ເຍືນບ໋າຍ, ແຂວງ ເຍືນບ໋າຍ, ຄະນະກຳມະການຊົນເຜົ່າ ໄດ້ສົມທົບກັບຄະນະຊີ້ນຳເຂດທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ ຈັດກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ “ ຮັບປະກັນສິດທິຂອງບັນດາເຜົ່າສ່ວນໜ້ອຍເຂດທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ ”. ກອງປະຊຸມສຳມະນານອນໃນໂຄງການຮ່ວມມືກັບຄະນະຜູ້ແທນສະຫະພາບເອີລົບປະຈຳ ຫວຽດນາມ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບກົດໝາຍ, ນະໂຍບາຍສຳລັບຊາວເຜົ່າສ່ວນໜ້ອຍ ແລະ ສິດທິຂອງບັນດາເຜົ່າສ່ວນໜ້ອຍຢູ່ ຫວຽດນາມ; ຮັບຮູ້ບັນດາຜົນງານສຳຄັນໃນການຮັບປະກັນສິດທິມະນຸດສຳລັບບັນດາເຜົ່າສ່ວນໜ້ອຍເຂດທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ . ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຮ່າຮຸ່ງ, ຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ ໄດ້ເນັ້ນໜັກວ່າ.
“ ປະຈຸບັນ, ລັດຖະບານ ຫວຽດນາມ ພວມຜັນຂະຫຍາຍບັນດານະໂຍບາຍ, ໂຄງການ ແລະ ແຜນການຕ່າງໆ, ຈຸດໝາຍແຫ່ງຊາດເພື່ອຊ່ວຍໃຫ້ ປຊຊ ບັນດາເຜົ່າສ່ວນໜ້ອຍນັບມື້ນັບມີຄວາມສະເໜີພາບໃນທຸກໆຂົງເຂດຊີວິດສັງຄົມ. ບັນແຂວງທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ ແມ່ນບໍລິເວັນມີຊາວເຜົ່າສ່ວນໜ້ອຍດຳລົງຊີວິດຈຳນວນຫຼາຍກວ່າໝູ່ໃນທົ່ວປະເທດ. ໃນໄລຍະທີ່ຜ່ານມາ, ບັນດາແຂວງທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ ບັນລຸໄດ້ໝາກຜົນຕ່າງໆທີ່ສຳຄັນກ່ຽວກັບການປະຕິບັດນະໂຍບາຍຊົນເຜົ່າ ໂດຍສະເພາະແມ່ນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນສິດທິມະນຸດໃຫ້ແກ່ບັນດາເຜົ່າສ່ວນໜ້ອຍໃນທຸກໆຂົງເຂດ ” .