ຮູບເງົາເລື່ອງ “ເມຍຜູ້ທີສາມ” ຄວ້າໄດ້ລາງວັນຢູ່ງານມະໂຫລານຮູບເງົາສາກົນ Cairo

(VOVWORLD) - ຮູບເງົາເລື່ອງ “ເມຍຜູ້ທີສາມ” (The Third Wife) ຂອງຜູ້ກຳກັບຮູບເງົາ ຫວຽດນາມ ຫງວຽນເຟືອງແອັງ (Ash Mayfair) ຫາກໍ່ຄວ້າໄດ້ລາງວັນ “ປະກອບສີລະປະດີເດັ່ນທີ່ສຸດ” ໃນການປະກວດຮູບເງົາສາກົນຢູ່ງານມະໂຫລານຮູບເງົາສາກົນ Cairo ຄັ້ງທີ 40. 
ຮູບເງົາເລື່ອງ “ເມຍຜູ້ທີສາມ” ຄວ້າໄດ້ລາງວັນຢູ່ງານມະໂຫລານຮູບເງົາສາກົນ Cairo - ảnh 1 ຮູບເງົາເລື່ອງ “ເມຍຜູ້ທີສາມ” ຄວ້າໄດ້ລາງວັນຢູ່ງານມະໂຫລານຮູບເງົາສາກົນ Cairo (ພາບ: ອິນເຕີແນັດ)

ລາງວັນດັ່ງກ່າວ ໄດ້ມອບຢູ່ພິທີອັດງານມະໂຫລານຮູບເງົາສາກົນ Cairo ຄັ້ງທີ 40 ເຊິ່ງດຳເນີນໃນຕອນຄ່ຳວັນທີ 29 ພະຈິກ ຢູ່ນະຄອນຫລວງ Cairo (ອີຢິບ).

        ເຊິ່ງແມ່ນໜຶ່ງໃນຈຳນວນຮູບເງົາ 14 ເລື່ອງມ່ວນທີ່ສຸດທີ່ລອດເຂົ້າຮອບຊິງຊະນະເລີດຮູບເງົາສາກົນຢູ່ງານມະໂຫລານຮູບເງົາສາກົນ Cairo 2018, ຮູບເງົາເລື່ອງ “ເມຍຜູ້ທີສາມ” ຍາວ 94 ນາທີ ໄດ້ສ່ອງແສງໃຫ້ເຫັນສັງຄົມ ຫວຽດນາມ ໃນສະຕະວັດທີ 19.

        ກ່ອນໜ້ານັ້ນ, ຮູບເງົາເລື່ອງ “ເມຍຜູ້ທີສາມ” ກໍ່ຄວ້າໄດ້ຫລາຍລາງວັນໃຫຍ່ເມື່ອເຂົ້າຮ່ວມບັນດາງານມະໂຫລານຮູບເງົາສາກົນປີ 2018.

        ງານມະໂຫລານຮູບເງົາສາກົນ Cairo ຄັ້ງທີ 40 ໄດ້ດຳເນີນແຕ່ວັນທີ 20 - 29 ພະຈິກ, ດ້ວຍການເຂົ້າຮ່ວມຂອງຮູບເງົາກ່ວາ 160 ເລື່ອງ ທີ່ມາຈາກ 59 ປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ