ພິທີຮັບ ແລະ ວາງສະແດງເອກະສານ, ແຜນທີ່ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາຫຼັກຖານປະຫວັດສາດ ແລະ ນິຕິກຳ”
(ພາບ: N.Lộc)
|
(vovworld) – ຕອນເຊົ້າວັນທີ 11/3, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຈັດຕັ້ງພິທີຮັບ ແລະ ວາງສະແດງເອກະສານ, ແຜນທີ່ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາຫຼັກຖານປະຫວັດສາດ ແລະ ນິຕິກຳ” 180 ຢ່າງ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານມອບໃຫ້. ທີ່ພິທີ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິງຕ໋ວນ ໃຫ້ຮູ້ວ່າ: 180 ເອກະສານ, ແຜນທີ່ກ່ຽວກັບ ຮ່ວາງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນສ່ວນໜຶ່ງໃນບັນດາເອກະສານທີ່ເກັບມາໄດ້ຈາກ ຫວຽດນາມ ແລະ ບັນດາປະເທດໃນໂລກ. ບັນດາເອກະສານນີ້ມີຄຸນຄ່າດ້ານນິຕິກຳ ແລະ ປະຫວັດສາດຢ່າງແຮງໃນການຢັ້ງຢືນ, ພິສູດໃຫ້ເຫັນວ່າ: ຫວຽດນາມ ໄດ້ກຳນົດອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ແຕ່ດົນນານແລ້ວ, ຜ່ານມາດຕະການສັນຕິພາບ, ບັນດາສະໄໝສັກດີນາ ແລະ ລັດ ຫວຽດນາມ ໄດ້ປະຕິບັດ, ການປົກປັກຮັກສາອະທິປະໄຕສຳລັບໝູ່ເກາະທັງ 2 ນີ້.
ເມື່ອຮັບເອກະສານແລະແຜນທີ ຮ່ວາງຊາ, ເຈືອງຊາຂອງ ຫວຽດນາມ - ບັນດາຫຼັກຖານປະຫວັດສາດ ແລະ ນິຕິກຳ”, ທ່ານເລຂາສູນກາງຊາວໜຸ່ມ, ປະທານສະຫະພັນ ຊາວໜຸ່ມ ຫວຽດນາມ ຫງວຽນຟີລອງ, ຮຽກຮ້ອງໃຫ້ຊາວໜຸ່ມທຸກຂັ້ນມີການກະທຳຢ່າງແທດຈິງ, ເໝາະສົມ, ປົກປັກຮັກສາອະທິປະໄຕ ແລະ ບັນດາສິດຜົນປະໂຫຍດອັນເປັນທຳຂອງ ຫວຽດນາມ ຢູ່ທະເລຕາເວັນອອກ.