ຮ່ວມມືກັບ WEF ເພື່ອອະນາຄົດຂອງການສຶກສາ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ

(VOVWORLD) - ຕີລາຄາສູງແນວຄິດການສຶກສາຮ່ຳຮຽນຕະຫຼອດຊີວິດ ໄດ້ຮັບການປະຕິບັດເປັນປະຈຳຢູ່ ຫວຽດນາມ ໃນຊຸມປີມໍ່ໆນີ້

ຕອນເຊົ້າວັນທີ 16 ພະຈິກ, ຢູ່ກະຊວງສຶກສາ ແລະ ບຳລຸງສ້າງ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນວັນຟຸກ ເປັນເຈົ້າພາບການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ Justin Wood ຜູ້ອຳນວຍການຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ຂອງເວທີປາໄສເສດຖະກິດໂລກ (WEF).

        ຕີລາຄາສູງແນວຄິດການສຶກສາຮ່ຳຮຽນຕະຫຼອດຊີວິດ ໄດ້ຮັບການປະຕິບັດເປັນປະຈຳຢູ່ ຫວຽດນາມ ໃນຊຸມປີມໍ່ໆນີ້, ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ສະເໜີ WEF ແບ່ງປັນບັນດາບົດຮຽນຂອງໂລກກັບ ຫວຽດນາມ ກ່ຽວກັບຫົວຂໍ້ນີ້ ໃນສະພາບການປະຕິວັດອຸດສາຫະກຳ 4.0. ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ຖືວ່າ ການປະຕິວັດອຸດສາຫະກຳຄັ້ງທີ 4 ສ້າງກາລະໂອກາດວຽກເຮັດງານທຳໃໝ່ຫຼາຍທີ່ສຸດ ແລະ ກໍ່ປ່ຽນແປງລັກສະນະ, ໂຄງປະກອບບັນດາວຽກງານທີ່ມີຢູ່ແລ້ວ, ຮຽກຮ້ອງໃຫ້ທຸກຄົນຕ້ອງຮຽນຮູ້ດ້ວຍຕົນເອງ, ຮ່ຳຮຽນຕະຫຼອດຊີວິດ ແລະ ສ້າງທັກສະອາຊີບຂອງຕົນໃຫ້ສົມບູນດ້ວຍຕົນເອງ ຈຶ່ງສາມາດຕອບສະໜອງພຶດຕິກຳຕົວຈິງໄດ້.

        ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ປາຖະໜາວ່າໃນໄລຍະຈະມາເຖິງ WEF ຈະໜູນຊ່ວຍເພີ່ມທະວີພັດທະນາໃຫ້ການສຶກສາ ເວົ້າລວມ, ກຳນົດທິດອາຊີບໃນການສຶກສາ ມະຫາວິທະຍາໄລ, ການພົວພັນລະຫວ່າງວິສາຫະກິດ ແລະ ມະຫາວິທະຍາໄລພາຍໃຕ້ຜົນສະທ້ອນຂອງການປະຕິວັດອຸດສາຫະກຳ 4.0; WEF ຊ່ວຍ ຫວຽດນາມ ສຳຜັດກັບບັນດາເຕັກໂນໂລຊີການສິດສອນແບບໃໝ່, ມີຈິນຕະນາການໃນການບໍລິຫານມະຫາວິທະຍາໄລທີ່ກ້າວໜ້າ…

        ສ່ວນທ່ານຜູ້ອຳນວຍການຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ຂອງ WEF, Justin Wood ຕີລາຄາສູງ ແລະ ຮັບຮູ້ບັນດາຄວາມເຫັນແບ່ງປັນຂອງ ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມພ້ອມກັບອົງການຈັດຕັ້ງຂອງ ຫວຽດນາມ, ໃນນັ້ນມີ ກະຊວງສຶກສາ ແລະ ບຳລຸງສ້າງ ປະຕິບັດສຳເລັດຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ປະກອບສ່ວນຊ່ວຍຂະແໜງສຶກສາ ຫວຽດນາມ ພັດທະນາຢ່າງໄວວາ, ຍືນຍົງ, ຕອບສະໜອງຄວາມຕ້ອງການເຊື່ອມໂຍງເຂົ້າກັບສາກົນ ແລະ ການປະຕິວັດອຸດສາຫະກຳ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ