ຮ່ວມມືບຳລຸງສ້າງລະຫວ່າງແຂວງເຊີນລາກັບບັນດາແຂວງທາງພາກເໜືອຂອງລາວ

(VOVWORLD) -ວັນທີ 30 ກໍລະກົດ, ຢູ່ແຂວງເຊີນລາ ໄດ້ດຳເນີນກອງປະຊຸມສຳມະນາຮ່ວມມືບຳລຸງສ້າງລະຫວ່າງແຂວງເຊີນລາ ກັບບັນດາແຂວງທາງພາກເໜືອຂອງລາວ.

ຮ່ວມມືບຳລຸງສ້າງລະຫວ່າງແຂວງເຊີນລາກັບບັນດາແຂວງທາງພາກເໜືອຂອງລາວ - ảnh 1 ຮ່ວມມືບຳລຸງສ້າງລະຫວ່າງແຂວງເຊີນລາກັບບັນດາແຂວງທາງພາກເໜືອຂອງລາວ

(ພາບປະກອບ: baosonla.org.vn)

ຜູ້ຕາງໜ້າສະຖານທູດລາວ ປະຈຳຫວຽດນາມ, ການນຳບັນດາແຂວງທາງພາກເໜືອລາວ ແລະ ການນຳແຂວງເຊີນລາ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ. ກອງປະຊຸມສຳມະນາໄດ້ຕີລາຄາກ່ຽວກັບການຮ່ວມມືບຳລຸງສ້າງລະຫວ່າງແຂວາງເຊີນລາ ກັບບັນດາແຂວງທາງພາກເໜືອຂອງລາວ ໃນໄລຍະຜ່ານມາ. ພ້ອມທັງວາງອອກທິດທາງ, ມາດຕະການປະຕິບັດໃນໄລຍະຈະມາເຖິງໃຫ້ດີກວ່າ. ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ລາວ ກໍ່ແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແຂວງເຊີນລາ. ນັບແຕ່ປີ 2001 ມາຮອດປະຈຸບັນ, ບັນດາມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນຊັ້ນກາງວິຊາຊີບໃນບໍລິເວນແຂວງເຊີນລາ ໄດ້ບຳລຸງສ້າງນັກສຶກສາໃຫ້ບັນດາແຂວງທາງພາກເໜືອຂອງລາວ 1.720 ຄົນ. ບັນດາແຂວງທາງພາກເໜືອຂອງລາວ ກໍບຳລຸງສ້າງພະນັກງານ, ນັກສຶກສາຫວຽດນາມ 49 ຄົນທີ່ຮ່ຳຮຽນຢູ່ບັນດາມະຫາວິທະຍາໄລຂອງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ