ຮ່ວມມືຮອບດ້ານໃນການຄົ້ນຄ້ວາ, ນຳໃຊ້ເຕັກໂນໂລຊີຜະລິດໂລຫະປະສົມ

ຮ່ວມມືຮອບດ້ານໃນການຄົ້ນຄ້ວາ, ນຳໃຊ້ເຕັກໂນໂລຊີຜະລິດໂລຫະປະສົມ - ảnh 1

ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ພິທີ

(ພາບ:nguyentandung.org)

(VOV)- ​ກ່າວ​ຄຳ​ເຫັນ​ທີ່ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວ​ມມືຮອບດ້ານ​ໃນ​ການຄົ້ນຄ້ວານຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຜະລິດ​ໂລຫະ​ປະສົມລະຫວ່າງສະ​ຖາ​ບັນ​ວິທະຍາສາດ​ວັດ​ສະດຸ ​(ສັງກັດ​ສະ​ຖາ​ບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ) ແລະ ບໍລິສັດຫຸ້ນ​ສ່ວນ​ແຮ່​ທາດ​​ໄຕ​ບັກ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ເນັ້ນຫນັກ​ວ່າ: ​ແຂວງ​ເຊີນ​ລາ ​ເວົ້າສະ​ເພາະ ​ ​ແລະ ບັນດາ​ແຂວງເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ເວົ້າລວມ ຕ້ອງນຳ​ໃຊ້​ວິທະຍາສາດເຕັກ​ໂນ​ໂລ​ຊີ​​ເພື່ອ​ຂຸດ​ຄົ້ນ, ຜະລິດ​ແຮ່​ທາດ​ຢ່າງ​ມີ​ປະສິດທິ​ຜົນ ​ແນ​ໃສ່​ນຳ​ມາ​ເລິ່ງປະສິດທິ​ຜົນ​ອັນຕັ້ງໜ້າ​ໃນ​ດ້ານ​ເສດຖະກິດ-​ສັງຄົມ:

   “ນີ້​ແມ່ນ​ວຽກ​ງານ​ມີ​ຄວາມ​ໝາຍ​ທີ່​ສຸດຍ້ອນ​ວ່າ​ບໍ່​ມີ​ວິ​ທະຍາ​ສາດ​​ເຕັກ​ໂນ​ໂລ​ຊີພວກ​ເຮົາ​ຈະ​ບໍ່​ປະສົບ​ຜົນສຳ​​ເລັດ, ສະນັ້ນ, ການ​ຮ່ວມ​ມື​ລະຫວ່າງສະ​ຖາ​ບັນ​ວິທະຍາສາດ​ວັດ​ສະດຸ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ແຮ່​ທາດ​ໄຕ​ບັກ ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​​ເພື່ອເພີ່ມ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ​, ​ເພີ່ມ​ມຸນຄ່າ ​ແລະ ຫລຸດຜ່ອນ​ມ​ົນລະ​ຜິດສິ່ງ​ແວດ​ລ້ອມ, ການ​ແກ່ງ​ແຍ້​ງມີ​ປະສິດທິ​ຜົນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ. ກິດຈະກຳ​ນີ້​ຈະ​ເປີດ​ສາກ​ໃຫ້ການ​ເປີດ​ກ້ວາງ​ຮູບ​ແບບ​ການ​ສົມ​ທົບລະຫວ່າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ“. 

 

 

 

ຂ່າວ/ບົດ​ອື່ນ