ຮອງນາຍົກລັດຖະມົນຕີ Vu Van Ninh ຊີ້ນຳແຂວງ Quang Ngai ຫັນກອງເຮືອຫາປາເປັນທັນສະໄໝ

ຮອງນາຍົກລັດຖະມົນຕີ Vu Van Ninh ຊີ້ນຳແຂວງ Quang Ngai ຫັນກອງເຮືອຫາປາເປັນທັນສະໄໝ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ເຮັດ​ວຽກ​ກັບ​ແຂວງ Quang Ngai
( ພາບ: vuvanninh.net )


( vovworld ) –   ຕອນ​ບ່າຍວັນ​ທີ 12/4, ຄະ​ນະ​ປະຕິບັດ​ງານ​ລັດຖະບານ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ນຳ​ໜ້າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ແຂວງ Quang Ngai ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2011 ​ແລະ ງວດ​ທີ 1 ຂ​ອງປີ 2012, ພິ​ເສດ​ແມ່ນ​ວິວັດ​ການ​ພັດທະນາ​ເສດຖະກິດ​ທະ​ເລ​ຕິ​ດພັນ​ກັບ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຄວາມ​ສະຫງົບ​ອດ​​ໄພ​ຢູ່ທະ​ເລ​ໝູ່​ເກາະ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ເນັ້ນ​ໜັກ​ວ່າ, ລັດຖະບານ​ໄດ້​ມີ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ໜູນຊ່ວຍ​​ໃຫ້ຊາວ​ປະມົງ​ຕິດ​ພັນ​ກັບ​ເທ​ລະ​ຢ່າງ​ຍາວ​ນານ, ລັດຖະບານ​ໄດ້​ຕົກລົງຫັນກອງເຮືອ​ຫາ​ປາ​ເປັນທັນ​ສະ​ໄໝ ​ເພື່ອ​ພັດທະນາ​ການ​ຜະລິດ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ປະ​ກອບ​ສ່ວນ​ຮັກສາ​ອະທິປະ​ໄຕ​ທະ​ເລໝູ່​ເກາະ. ກ່ອນອື່ນ​ໝົດ, ລັດຖະບານ​ໄດ້​ຕົກລົງ​ໃຫ້​ແຂວງ Quang Ngai ​ເລືອກ​ເມືອງ​ເກາະ Ly Son ຫຼື ໜື່ງ​ໃນ​ບັນດາ​ເມືອງ​ແຄມ​ທະ​ເລ​ປິ​ຕິ​ບົດທົດ​ລອງ​ການຫັນກອງ​ເຮືອ​ຫາ​ປາ​ເປັນທັນ​ສະ​ໄໝ ​ເພື່ອຖອດ​ຖອນບົດຮຽນ​​ເພື່ອຂະຫຍາຍ​ອອກ​ຢ່າງ​ກວ້າງຂວ້າງ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ​ໄດ້​​ເຫັນ​ດີກັບ​ແຜນ​ຮ່າງຂອງ​ແຂວງ Quang Ngai ​ແລະ Vinashin ​ໃນ​ການ​ຕໍ່​ກໍ່າ​ປັ່ນ​ຫາ​ປາໃໝ່ 22 ລຳ​​ດ້ວຍ​ເຫຼັຫກ້າ​ມີ​ແຮງ​ມ້າ​ສູງ ​ເພື່ອ​ແທນ​ໃຫ້​ກໍ່າ​ປັ່ນເຮັດ​ດ້ວຍ​ໄມ້. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ຮຽກຮ້ອງ​ບັນດາ​ກະຊວງ​ທີ່​ກ່ຽວ​ຂ້​ອງຕ້ອງ​ປະຕິບັດ​ບັນດາ​ລະບຽບ​ການ​ຢ່າງ​ຮີ​ບດ່ວນ ​ເພື່ອ​ສາມາດ​ລົງທຶນຫັນກອງເຮືອ​ຫາ​ປາ​ເປັນທັນ​ສະ​ໄໝ​ໃນ​ສອງ​ປີ 2012 – 2013.
ຂ່າວ/ບົດ​ອື່ນ