ຮອງນາຍົກລັດຖະມົນຕີ ຈັດກອງປະຊຸມຄະນະຊີ້ນຳຮັບປະກັນຫຼັກອະນາໄມສະບຽງອາຫານ

ຮອງນາຍົກລັດຖະມົນຕີ ຈັດກອງປະຊຸມຄະນະຊີ້ນຳຮັບປະກັນຫຼັກອະນາໄມສະບຽງອາຫານ - ảnh 1
(ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 20/6, ຢູ່​ຮ່າ​ໂນ້ຍ, ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ຫົວໜ້າ​ຄະນະ​ຊີ້​ນຳ​ບັນດາຂະ​ແໜງການ​ສູນ​ກາງ ກ່ຽວ​ກັບການຮັບປະກັນ​ຫຼັກ​ອະນາ​ໄມ​ສະບຽງ​ອາຫານ ​ໄດ້​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ຄະນະ​ຊີ້​ນຳ​ຮັບປະກັນ​ຫຼັກ​ອະນາ​ໄມ​ສະບຽງ​ອາຫານກັບ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ຕີ​ລາຄາ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ວຽກ​ງານ ຮັບປະກັນ​ຫຼັກ​ອະນາ​ໄມ​ສະບຽງ​ອາຫານ​ໃນ 6 ​ເດືອນ​ຕົ້ນ​ປີ, ການ​ຜັນ​ຂະຫຍາຍ​ໜ້າ​ທີ່​ໃນ 6 ​ເດືອນ​ທ້າຍ​ປີ. ກ່າວ​ຄວາມ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຮຽກຮ້ອງ​ໃຫ້​ບັນດາ​ຂະ​ແໜງ​ທີ່​ກ່ຽວຂ້ອງ ​ແລະ ທ້ອງ​ຖີ່​ນຍູ້​ແຮງ ​ແລະ ປ່ຽນ​ໃໝ່​ວຽກ​ງານ​ໂຄສະນາ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກ່າວ​ເຕື່ອນຄວາມ​ສ່ຽງ​​ເມື່ອ​ບໍ່​ຮັບປະກັນ​ຫຼັກ​ອະນາ​ໄມສະບຽງ​ອາການ ເຖິງ​ໝູ່​ປະຊາຊົນ

ຂ່າວ/ບົດ​ອື່ນ