ຮອງນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງມະຫາວິທະຍາໄລ ສປປ.ເກົາຫຼີ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງມະຫາວິທະຍາໄລ ສປປ.ເກົາຫຼີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
ຕ້ອນຮັບ​ສາດສະດາຈານ Song Ja Rip
( ພາບ: vietnamplus.vn )


(vovworld) -     ວັນ​ທີ 2/8, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ໃຫ້ການ​ຕ້ອນຮັບ​ສາດສະດາຈານ Song Ja Rip, ກຳມະການ​ສູນ​ກາງ​ພັກ​ແຮງ​ງານ​ສປປ ​ເກົາຫຼີ, ລັດຖະມົນຕີ​ກະຊວງ​ມະຫາວິທະຍາ​ໄລ ສປປ ​ເກ​ົາຫຼີ, ຜູ້ອຳນວຍການ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ Kim Il Sung. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຢືນຢັນ​ວ່າ ຫວຽດນາມ​ປາດ​ຖະໜາ​ຢາກຊຸກຍູ້​ການ​ຮ່ວມ​ມືດ້ານ​ວັດທະນະທຳ, ສຶກສາກັບ ສປປ​ເກົາຫຼີ ​​ແລະ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ສຶກສາ ສປປ ​ເກົາຫຼີ ມາ​ຮໍ່າຮຽນ​ຢູ່​ຫວຽ​ດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ກໍຖື​ວ່າ ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ອາຊຽນ, ​ເພາະສະ​ນັ້ນ, ຫວຽດນາມ ອາດ​ຈະ​ແມ່ນ​ຂົວ​ເ​ຊື່​ອມຕໍ່​ເພື່ອ​ໃຫ້ ສປປ ​ເກົາຫຼີ ພົບ​ປະ, ​ແລກປ່ຽນ, ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນດາ​ສະມາຊິກ​ໃນ​ກຸ່ມ​ອາຊຽນ… ທ່ານ​ສາດ​ສະດາ​ຈານ Song​ ຫວັງ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາລະ​ຫວ່າງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ກາ​ນຍູ້​ໄວ​ກວ່າ​ອີກ, ​ສົມ​ກັບ​ຄວາມ​ສາມາດ​ບົມຊ້ອນ​ຂອງ​ສອງ​ຝ່າຍ ​ແລະ ສ້າງ​ກຳລັງ​ໜູນ​ເພື່ອ​ໃຫ້ການ​ຮ່ວມ​ມື​ລະຫວ່າງ ສປປ ​ເກົາຫຼີ - ຫວຽດນາມ ພັດທະນາ​ຢ່າງ​ແຮງ​ກວ່າ.

ຂ່າວ/ບົດ​ອື່ນ