ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ເຈລະຈາກັບລັດຖະມົນຕີການຕ່າງປະເທດ ສ. ລີ​ບີ

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ທ່ານນາງລັດຖະມົນຕີ Marjon Vashti Kamara ກໍ່ແລກປ່ຽນກ່ຽວກັບບັນດາມາດຕະການຍູ້ແຮງການຮ່ວມມືໃນບັນດາຂົງເຂດກະສິກຳ, ນ້ຳມັນອາຍແກັດ, ໂທລະຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ… 

ຕອນເຊົ້າວັນທີ 8 ທັນວາ, ຢູ່ກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ເຈລະຈາກັບທ່ານນາງ Marjon Vashti Kamara, ລັດຖະມົນຕີການຕ່າງປະເທດ ສ.ລີບີ

        ທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ທ່ານນາງ ລັດຖະມົນຕີ Marjon Vashti Kamara ເຫັນດີເປັນເອກະສັນຕໍ່ມາດຕະການລະອຽດຄວນໄດ້ຮັບການຜັນຂະຫຍາຍເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກ່ວາອີກ, ຫັນເປັນທ່າໄດ້ປຽບຂອງ 2 ປະເທດ. 2 ຝ່າຍກໍ່ຢັ້ງຢືນສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນທົບ 2 ເທົ່າ, 3 ເທົ່າຂອງຕົວເລກ 35,3 ລ້ານ USD ໃນປະຈຸບັນ; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ຝ່າຍສົ່ງເສີມການຄ້າ, ແລກປ່ຽນຄະນະ, ເຂົ້າຮ່ວມງານຕະຫຼາດນັດ, ຈັດຕັ້ງງານວາງສະແດງຢູ່ແຕ່ລະປະເທດ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ທ່ານນາງລັດຖະມົນຕີ Marjon Vashti Kamara ກໍ່ແລກປ່ຽນກ່ຽວກັບບັນດາມາດຕະການຍູ້ແຮງການຮ່ວມມືໃນບັນດາຂົງເຂດກະສິກຳ, ນ້ຳມັນອາຍແກັດ, ໂທລະຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ… ແລະ ເປັນເອກະສັນລົງນາມໃນບັນດາເອກະສານນິຕິກຳຄື: ສັນຍາແມ່ກ່ຽວກັບການຮ່ວມມືລະຫວ່າງ 2 ລັດຖະບານ, ສັນຍາການຄ້າ, ສັນຍາສົ່ງເສີມ ແລະ ອະລັກຂາການລົງທຶນ…ໂດຍໄວ.

        ເມື່ອແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ແຈ້ງໃຫ້ທ່ານນາງລັດຖະມົນຕີ Marjon Vashti Kamara ຮັບຊາບກ່ຽວກັບຜົນຂອງສັບປະດາຂັ້ນສູງ APEC 2017 ຢູ່ ຫວຽດນາມ, ກ່ຽວກັບ ອາຊຽນ ແລະ ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ແລະ ສະພາບການຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ