(vovworld) - ຕອນບ່າຍວັນທີ 28/03, ຢູ່ສຳນັກງານລັດຖະບານ, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວິໄລວົງ ບຸດດາຄຳ, ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຍາມໃດພັກກອມມູນິດຫວຽດນາມ, ລັດ ແລະ ລັດຖະບານຫວຽດນາມ ກໍຖືເປັນສຳຄັນ, ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ຄະນະຊາວໜຸ່ມ 2 ປະເທດເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນ, ຮ່ວມມືມິດຕະພາບ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ 2 ປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມ 2 ປະເທດ ຈະເພີ່ມທະວີບັນດາການເຄື່ອນໄຫວສຶກສາລຸ່ນໜຸ່ມໃນເລື່ອງສືບທອດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ລາວ, ຍົກສູງຄຸນນະພາບບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວ, ຊອກຮູ້, ປະດິດຄິດສ້າງ, ເປີດກວ້າງບັນດາຂົງເຂດຮ່ວມມືໃໝ່ ທີ່ນຳມາເຊິ່ງປະສິດທິຜົນ, ຜົນປະໂຫຍດໃຫ້ແກ່ຊາວໜຸ່ມເຍົາວະຊົນ 2 ປະເທດ.