ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ, ອວຍພອນປີໃໝ່ຢູ່ກິດຈະກຳຂົວຂ້າມທາງ 3 ແຍກເຫ໋ວ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ, ອວຍພອນປີໃໝ່ຢູ່ກິດຈະກຳຂົວຂ້າມທາງ 3 ແຍກເຫ໋ວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກວດກາ​ການ​ກໍ່ສ້າງ​ຢູ່​ຂົວ​ຂ້າມ​ທາງ 3 ​ແຍກເຫ໋ວ
(ພາບ: cadn.com.vn)


(vovworld) - ວັນ​ທີ 31/01 (ກົງ​ກັບ​ວັນ​ທີ 01/01 ຕາມ​ຈັນທະ​ປະຕິທິນ), ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​​ໄດ​້ລົງ​ຢ້ຽມ​ຢາມ, ອວຍພອນ​ປີ​ໃໝ່, ພະນັກງານ, ລັດຖະກອນ ພວມ​ປະຕິບັດ​ການ​ກໍ່ສ້າງ​ຢູ່​ຂົວ​ຂ້າມ​ທາງ 3 ​ແຍກເຫ໋ວ (ນະຄອນດ່າ​ນັ້ງ) ​ແລະ ກວດກາ​ສະພາບ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ນະຄອນ​ດ່າ​ນັ້ງ. ທີ່​ໂຄງການ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈພະນັກງານ, ລັດຖະກອນ​ພວມ​ປະຕິບັດ​ການ​ກໍ່ສ້າງ​ຢູ່​ກິດຈະກຳ ​ແລະ ຍ້ອງຍໍ​ຈິດ​ໃຈ​ອອກ​ແຮງ​ງານ​ທີ່​ເຂັ້ມ​ງວດ, ​ເຮັດ​ວຽກ​ຕະຫຼອດ​ບໍ່​ໄດ້​ພັກຜ່ອນ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ. ທ່ານ​ຮອງ​ນາຍົກລັດຖະ​ມົນຕີ​ຮຽກຮ້ອງ​ໃຫ້​ບັນດາ​ຫົວໜ່ວຍ​ປະຕິບັດ​ການ​ກໍ່ສ້າງ​ຕ້ອງ​ຮັບປະກັນ​ລະດັບ​ຄວາມ​ຄືບໜ້າ, ຮັບປະກັນ​ຄຸນ​ນະພາ​ບກິດຈະກຳ, ພິ​ເສດ​ແມ່ນ​ຮັບປະກັນ​ລັກສະນະ​ດ້ານ​ເຕັກນິກ ຍ້ອນ​ນີ້​ແມ່ນ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ໃນ​ວຽກ​ງານ​ຕ້ານ​ສະພາບ​ລົດ​ຕິດ​ຢູ່​ປະຕູ​ເຂົ້າ​ຂອງ​ນະ​ຄອນດ່າ​ນັ້ງ.

ຂ່າວ/ບົດ​ອື່ນ