ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບປະທານອົງການຮ່ວມມືສາກົນສ.ເກົາຫຼີ KOIKA

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕ້ອນຮັບປະທານອົງການຮ່ວມມືສາກົນສ.ເກົາຫຼີ KOIKA - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ ​​ຕ້ອນຮັບ​ທ່ານ Kim Young Mok
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 12/07, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Kim Young Mok, ປະທານອົງການ​ຮ່ວມ​ມື​ສາ​ກົນ​ສ.​ເກົາຫຼີ KOIKA ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອງ​ຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ຈາກ​ບັນດາ​ການ​ຮ່ວມ​ມື​ພັດທະນາ​ຂອງ​ສ.​ເກົາຫຼີ ສຳລັບ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ​​ໂດຍສະ​ເພາະ​ແມ່ນບັນດາ​ການ​ຮ່ວມ​ມື​ດ້ານ​ການສຶກສາ ​ແລະ ສາທາລະນະ​ສຸກ. ບັນດາ​ແຫຼ່ງທຶນ​ຂອງ KOIKA ທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ ​ໄດ້​ປະກອບສ່ວນ​ສ້າງ​ບັນດາ​​ໂຮງຮຽນວິທະຍາ​ໄລ, ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມມື, ​ເມື່ອ​ມີ​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ລົງທຶນ​ເຂົ້າ​ຫວຽດນາມ ອາດ​ຈະ​ນຳ​ໃຊ້​ແຮງ​ງານ​ຫວຽດນາມ ແລະ ຫວຽດນາມ ສາມາ​ດສະໜອງ​ກຳລັງ​ແຮງ​ງານ​ທີ່​ເໝາະ​ສົມ, ບຳລຸງ​ສ​້າງບັນດາ​ວິຊາ​ຊີບ​ເຊິ່ງບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ຕ້ອງການ​ນຳ​ໃຊ້.
ຂ່າວ/ບົດ​ອື່ນ