ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບປະທານມະຫາວິທະຍາໄລ Krems

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບປະທານມະຫາວິທະຍາໄລ Krems  - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ (ເບື້ອງຂວາ) ໃຫ້ການຕ້ອນຮັບປະທານມະຫາວິທະຍາໄລ Krems (ເບື້ອງ ຊ້າຍ)
(ພາບ: baotintuc.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 14/2, ຢູ່​ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ທ່ານ Mag Boyer Heinz, ປະທານ​ມະຫາວິທະຍາ​ໄລ Krems (ປະ​ເທດ​ໂອ​ຕຣິດ), ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ​ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ບຳລຸງ​ສ້າງ​ລະຫວ່າງ​ຫວຽດນາມ ​ແລະ ​ໂອ​ຕຣິດ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ລະຫວ່າງ​ມະຫາວິທະຍາ​ໄລ​ການ​ຄ້າ​ຂອງ​ຫວຽດນາມ ​ແລະ ມະຫາວິທະຍາ​ໄລ Krems, ຫວັງ​ວ່າ ​ໂອ​ຕຣິດຈະສືບ​ຕໍ່​ຖ່າຍ​ທອດ​ເຕັກ​​ໂນ​ໂລ​ຢີການສິດ​ສອນ​ທີ່​ທັນ​ສະ​ໄໝ​, ສືບ​ຕໍ່​ໂຄງການ​ນຳ​ເອົາ​ການ​ສື​ກສາ​ຂອງ​ບັນດາ​ມະຫາວິທະຍາ​ໄລ ​ໂອຕຣິດ  ມາ​ຍັງ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຊົມ​ເຊີຍ​ຂໍ້​ສະ​ເໜີ​ຮ່ວມ​ມື​ຂອງ​ມະຫາ​ວິທະຍາ​ໄລ Krems  ​ແລະ ​ເຊື່ອ​ໝັ້ນ​ວ່າ​ແນວ​ຄວາມ​ຄິດ​ນີ້​ຈະ​ກາຍ​ເປັນ​ຄວາມ​ຈິງ​ໂດຍ​ໄວ ​ເພື່ອ​ຊຸກຍູ້​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ສຶກສາ - ບຳລຸງ​ສ້າງ​ດ້ວຍຄຸນ​ນະພາ​ບສູງ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ