(vovworld) - ຕອນບ່າຍວັນທີ 17/01, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ນຳໜ້າ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບແຂວງ ຊອກຈັງ ກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມປີ 2012 ແລະ ແຜນການພັດທະນາເສດຖະກິດໃນປີ 2013. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ໄດ້ຍ້ອງຍໍສັນລະເສີນແຂວງ ຊອກຈັງ ຮັກສາໄດ້ລະດັບພັດທະນາເສດຖະກິດສູງພໍສົມຄວນ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງຊາວເຜົ່າ ຂະເມ ເປັນຢ່າງດີ, ຍ້ອງຍໍສັນລະເສີນທ້ອງຖິ່ນຜັນຂະຫຍາຍ ແລະ ປະຕິບັດແຜນຮ່າງເປັນຢ່າງດີ, ຍູ້ແຮງວຽກງານນຳຄວາມກ້າວໜ້າດ້ານເຕັກນິກເຂົ້າໃນການຜະລິດກະສິກຳ, ຍົກສູງມູນຄ່າເຂົ້າສານໃຫ້ພໍ່ແມ່ປະຊາຊົນ.
ຕາມການນຳແຂວງຊອກຈັງ ແລ້ວ, ໃນຊຸມປີຜ່ານມາ ລະດັບເຕີບໂຕເສດຖະກິດຂອງແຂວງບັນລຸກວ່າ 9%, ລາຍຮັບສະເລ່ຍໃສ່ຫົວຄົນບັນລຸເກືອບ 27 ລ້ານດົງ/ປີ. ໃນປີ 2013, ແຂວງ ຊອກຈັງ ໄດ້ວາງແຜນພັດທະນາເສດຖະກິດແມ່ນ 10%, ມູນຄ່າຜະລິດອຸດສາຫະກຳບັນລຸ 8.000 ຕື້ດົງ, ການສົ່ງອອກສິນຄ້າບັນລຸ 430 ລ້ານ USD.