ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບການນຳອົງການພະລັງງານປະລະມານູສາກົນ

(VOVWORLD) - ຕອນບ່າຍວັນທີ 05 ເມສາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Najat Mokhtar, ຮອງຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA).
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບການນຳອົງການພະລັງງານປະລະມານູສາກົນ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕີລາຄາສູງບົດບາດຂອງ IAEA ໃນການຊຸກຍູ້ການນຳໃຊ້ພະລັງງານປະລະມານູເພື່ອເປົ້າໝາຍສັນຕິພາບ. ໃນ 5 ປີມໍ່ໆມານີ້ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ IAEA ນັບມື້ນັບພັດທະນາ ແລະ ມີປະສິດທິຜົນ ໂດຍຜ່ານບັນດາໂຄງການຮ່ວມມືເຕັກນິກ. ທ່ານນາງ Najat Mokhtar ກໍ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອບັນດາຮາກຖານສາທາລະນະສຸກຂອງ ຫວຽດນາມ ແນໃສ່ເພີ່ມທະວີການນຳໃຊ້ເຕັກນິກນິວເຄຼຍໃນການກວດກາ ແລະ ປິ່ນປົວພະຍາດມະເຮັງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປາດຖະໜາຢາກ IAEA ກໍ່ຄືສ່ວນຕົວທ່ານນາງ Najat Mokhtar ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ປະຕິບັດຈົດທະບຽນບັນດາໂຄງການຮ່ວມມືເຕັກນິກໃໝ່; ບຳລຸງສ້າງພະນັກງານ, ນັກຊ່ຽວຊານ; ຜັນຂະຫຍາຍໂຄງການກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີນິວເຄຼຍ…

ຕອບກັບ

ຂ່າວ/ບົດ​ອື່ນ