ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ພົບປະເຈລະຈາກັບຮອງນາຍົກລັດຖະມົນຕີ ແຊວຈູຊ໊ຽນ

(VOVWORLD) - ຮອງນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີສົມທົບກັນຊຸກຍູ້ຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດຢູ່ ພາກພື້ນ.
ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ພົບປະເຈລະຈາກັບຮອງນາຍົກລັດຖະມົນຕີ ແຊວຈູຊ໊ຽນ - ảnh 1 ທ່ານ ເຈືອງຮ່ວາບີງ ແລະ ທ່ານ ແຊວຈູຊ໊ຽນ (ພາບ:  VGP)

ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂປ ແຊວຈູຊ໊ຽນ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 21 – 26 ມີນາ.

        ທີ່ກອງປະຊຸມເຈລະຈາໃນວັນທີ 22 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ແລະ ທ່ານຮອງນາຍົກລັດຖະມົນຕີ ແຊວຈູຊ໊ຽນ ໄດ້ປຶກສາຫາລືຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບການພົວພັນດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືທັງລວງກ້ວາງ ແລະ ລວງເລິກ, ໂດຍຜ່ານບັນດາກົນໄກ 2 ຝ່າຍ ກໍ່ຄືຂອບເຂດຫລາຍຝ່າຍ. ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະສັນ ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດສັນຍາຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ຊຸກຍູ້ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ຮອງນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີສົມທົບກັນຊຸກຍູ້ຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດຢູ່ ພາກພື້ນ. 2 ຝ່າຍໄດ້ພ້ອມກັນສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປສັບສົນຢູ່ທະເລຕາເວັນອອກ, ສະໜັບສະໜູນເລື່ອງແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ