ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ
ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ
(ພາບ: Phạm Kiên/TTXVN)
|
(vovworld)- ຕອນເຊົ້າວັນທີ 27/2, ໄດ້ໄຂກອງປະຊຸມວົງແຄບລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາຊຽນ ຢູ່ນະຄອນຫຼວງ ວຽງຈັນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ມາຈາກ 10 ປະເທດອາຊຽນ ແລະ ທ່ານເລຂາທິການໃຫຍ່ ເລເລືອງມິງ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ ເປັນຫົວໜ້າຄະນະ.
ດ້ວຍຫົວເລື່ອງ “ ນຳວິໄສທັດໃຫ້ປະກົດຜົນເປັນຈິງເພື່ອປະຊາຄົມອາຊຽນທີ່ຂະຫຍັນຂັ່ນເຄື່ອນ ” ກອງປະຊຸມໄດ້ ປຶກສາຫາລື ກ່ຽວກັບບັນດາບຸລິມະສິດໃນປີປະທານ ອາຊຽນ ຂອງລາວ ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ຢືນຢັນວ່າ ຫວຽດນາມສະໜັບສະໜູນບັນດາບຸລິມະສິດຮ່ວມມືອາຊຽນໃນປີ 2016 ໂດຍລາວນຳສະເໜີ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ເນັ້ນໜັກວ່າ ອາຊຽນຄວນໃຫ້ບຸລິມະສິດເພື່ອຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນໃນສະພາວະທີ່ສະພາບການຢູ່ພາກພື້ນນັບມື້ນັບສັບສົນ. ກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ເນັ້ນໜັກວ່າ ອາຊຽນຄວນເສີມຂະຫຍາຍຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ແລະ ມີສຽງເວົ້າລວມຕໍ່ໜ້າການຜັນແປທີ່ສັບສົນໃນພາກພື້ນ, ເປັນຕົ້ນຢູ່ທະເລຕາເວັນອອກ; ແບ່ງປັນຄວາມເປັນຫ່ວງກັງວົນຕໍ່ການຫັນທະເລຕາເວັນອອກເປັນເຂດເຄື່ອນໄຫວທາງທະຫານ, ທ່ານເນັ້ນໜັກວ່າ ຄວນແກ້ໄຂການຂັດແຍ້ງກັນດ້ວຍມາດຕະການໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ. ເນື້ອໃນນີ້ກໍຖືກທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ເຕື້ອງເຖິງໃນບົດປາໄສກ່ຽວກັບຖະແຫຼງການສື່ມວນຊົນຂອງປະທານ ເມື່ອສິ້ນສຸດກອງປະຊຸມ. ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວກ່າວວ່າ :
“ ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີໄດ້ແບ່ງປັນຄວາມເປັນຫ່ວງກັງວົນຢ່າງເລິກເຊິ່ງຕໍ່ການຜັນແປທີ່ສັບສົນໃນມໍ່ໆມານີ້ ແລະ ພວມເກີດຂືຶ້ນ, ໃນນັ້ນມີການກໍ່ສ້າງ ຖົມດິນເປັນເກາະ ແລະ ການເຄື່ອນໄຫວຕ່າງໆ, ທຳລາຍຄວາມເຊື້ອໝັ້ນ, ເພີ່ມທະວີຄວາມເຄັ່ງຕຶງ, ນາບຂູ່ສັນຕິພາບ, ຄວາມໝັນຄົງປອດໄພ, ເສລີພາບໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ບໍ່ຫັນທະເລຕາເວັນອອກເປັນເຂດເຄື່ອນໄຫວທາງທະຫານ, ແກ້ໄຂການຂັດແຍ້ງກັນດ້ວຍມາດຕະການໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ບັນລຸຄວາມຄືບໜ້າຢ່າງແທ້ຈິງໃນການ ປະຕິບັດ DOC ແລະ ກ້າວໄປເຖິງການສ້າງ COC ”