ຮອງນາຍົກລັດຖະມົນຕີຫງວຽນຊວນຟູກຕ້ອນຮັບຄະນະຜູ້ແທນຊົນເຜົ່າມີອິດທິພົນສື່ສຽງແຂວງບິ່ງທ້ວນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟູກຕ້ອນຮັບຄະນະຜູ້ແທນຊົນເຜົ່າມີອິດທິພົນສື່ສຽງແຂວງບິ່ງທ້ວນ - ảnh 1

ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟູກ​ຕ້ອນຮັບ
​ຄະນະ​ຜູ້​ແທນ​ຊົນ​ເຜົ່າມີອິດ​ທິພົນ​ສື່​ສຽງ​ແຂວງ​ບິ່ງ​ທ້ວນ
(ພາບ: VGP/leson)

(vovworld) - ຕອນ​ບ່າຍ​ວັນ​ທີ 6/8, ທີ່​ການ​ຕ້ອນຮັບ​ ຄະນະ​ຜູ້​ແທນ​ຊົນ​ເຜົ່າມີອິດ​ທິພົນ​ສື່​ສຽງ​ແຂວງ​ບິ່ງ​ທ້ວນ ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ຢືນຢັນ​ວ່າ: ພັກ, ລັດ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ດ້ານ​ວັດ​ຖຸ​ ແລະ ຈິດໃຈ​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ເວົ້າ​ລວມ ​ແລະ ​ແຂວງ ບິ່ງ​ທ້ວນ ​ເວົ້າ​ສະ​ເພາະ, ​​ ​ຍົກ​ສູງ​ລະດັບຄອງ​ຊີບ​ໃຫ້​ປະຊາຊົນເທື່ອ​ລະ​ກ້າວ, ປະກອບສ່ວນ​ສ້າງ​ສາບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​​ໃຫ້ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ສະ​ເໜີການ​ນຳ​​ແຂວງ​ ບິ່ງ​ທ້ວນ ສືບ​ຕໍ່​ເອົາ​ໃຈ​ໃສ່ເຖິງ​ຊີວິດ​ດ້ານ​ວັດ​ຖຸ​ ແລະ ຈິດໃຈ​ຢູ່ທ້ອງ​ຖິ່ນຍິ່ງ​ກ່ວາ​ອີກ, ສ້າງ​ເງື່ອນ​ໄຂ​ໃຫ້​ລູກຫລານບືນ​ຕົວ​ຂຶ້ນໃນການ​ດຳລົງ​ຊີວິດ​, ຮຳ່ຮຽນ ​ແລະ ທຳ​ການ​ຜະລິດ. ພ້ອມ​ກັນ​ນັ້ນ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ກໍ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ຜູ້​ມີອິດ​ທິພົນ​ສື່​ສຽງ​ໃນ​ບໍລິ​ເວນ​​ແຂວງ ບິ່ງ​ທ້ວນ ​ເສີມ​ຂະຫຍາຍ​ບົດບາດ​ທີ່ສຳຄັນຂອງ​ຕົນ​ໃນ​ປະຊາ​ຄົມ ​ແລະ ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ ​ເພື່ອ​ໃຫ້​ລຸ່ນລູກ​ລຸ່ນຫຼານ​ປະຕິບັດ​ຕາມ.

ຂ່າວ/ບົດ​ອື່ນ