ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ດ່ານັ້ງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ດ່ານັ້ງ - ảnh 1
ທ່ານ ຫງວຽນຊວນຟຸກ ຢ້ຽມຢາມ ຫ້ອງ​ການ​ອົງການ​ປະຈຳ​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ ລັດຖະບານ ຢູ່​ນະຄອນ ດ່າ​ນັ້ງ
(ພາບ:vtv.vn)

(vovworld) – ວັນ​ທີ 8/3, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ້ຽ​ມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ບໍລິສັດ​ຫຸ້ນ​ສ່ວນ​ຕຳ່​ແຜ່ນ​ຕັ​ດຫຍິບ 29/3 ​ແລະ ຫ້ອງ​ການ​ອົງການ​ປະຈຳ​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ ລັດຖະບານ ຢູ່​ນະຄອນ ດ່າ​ນັ້ງ. ​ເມື່ອ​ລົງ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ບໍລິສັດ​ຫຸ້ນ​ສ່ວນ​ຕຳ່​ແຜ່ນ​ຕັດຫຍິບ 29/3, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ທີ່​ບໍລິສັດ​ບັນລຸ​ໄດ້​ພາຍຫຼັງ 40 ປີ​ແຫ່ງ​ການ​ພັດທະນາ ​ແລະ ​ເຕີບ​​ໃຫຍ່. ນີ້​ແມ່ນ​ຮູບ​ແບບ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ທີ່​ມີ​ການ​ຫັນປ່ຽນ​ທ່ວງທັນ​ກັບ​ທ່າ​ອ່ຽງພັດທະນາ​ຂອງ​ປະ​ເທດ​ຊາດ. ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ບໍລິສັດ​ຄວນ​ຄົ້ນ​ຄ້ວາ​ເພື່ອສ້າງ​ຜະລິດ​ຕະພັນ​​ໃຫ້ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເປັນ​ເຈົ້າ​ການ​​ໃນ​ການ​ເຊື່ອມ​ໂຍງ​​ກັບ​ສາກົນ​ຢ່າງ​ວ່ອງ​ໄວ, ​ເລິກ​ເຊິ່ງ ​ແລະ ກ​້ວາງ​ຂວາງ.

        ຢູ່​ຫ້ອງ​ການ​ອົງການ​ປະຈຳ​ຂອງປະ​ຕູ​ຖານ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕ​ນິກຂອງ ລັດຖະບານ​ຢູ່​ນະຄອນ ດ່າ​ນັ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເນັ້ນ​ໜັກ​​ເຖິງບົດບາດສຳຄັນ​ຂອງ​ສື່ສານ ​ໃນ​ຍຸກ​ປະຈຸ​ບັນ, ດັ່ງ​ນັ້ນ​ປະຕູຖານ​ຂໍ້​ມູນ​ຂ່າວສານ​​​ເອ​ເລັກ​ໂຕ​ນິກຂອງລັດຖະບານ​ຕ້ອງ​ແມ່ນ​ໜຶ່ງ​ໃນ​ບັນດາຫົວໜ່ວຍນຳ​ໜ້າ​ໃນ​ການ​​ເຜີຍ​ແຜ່​ແນວທາງ, ນະ​ໂຍບາຍ​ຂອງ​ລັດຖະບານ​ເຖິງ​ປະຊາຊົນ.

ຂ່າວ/ບົດ​ອື່ນ