ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຮຽກຮ້ອງຕ້ອງຈັດຕັ້ງການຕ້ອນຮັບພົນລະເມືອງຢ່າງລອບຄອບຖີ່ຖ້ວນ
(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ
ອວຍພອນພະນັກງານຄະນະຕ້ອນຮັບພົນລະເມືອງສູນກາງ)
(vovworld) – ຕອນບ່າຍວັນທີ 15/02, ເມື່ອລົງຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັກງານ, ລັດຖະກອນພວມເຮັດວຽກຢູ່ຄະນະຕ້ອນຮັບພົນລະເມືອງສູນກາງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ປາດຖະໜາວ່າ: ພະນັກງານຕ້ອນຮັບພົນລະເມືອງ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ, ກາຍເປັນຂົວຕໍ່, ເປັນຜູ້ຕາງໜ້າຂອງພັກ, ລັດ ຮັບຟັງຄຳເຫັນ ເພື່ອຕັ້ງໜ້າແກ້ໄຂ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ການຕ້ອນຮັບພົນລະເມືອງ ບໍ່ພຽງແຕ່ແມ່ນໜ້າທີ່ຮັບຜິດຊອບ, ພັນທະເທົ່ານັ້ນ ຫາກຍັງແມ່ນຈິດໃຈອັນໃຫຍ່ຫລວງ ເພື່ອແກ້ໄຂຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ, ບັນດາບັນຫາ ເຊິ່ງທຸກຂັ້ນອື່ນໆຍັງບໍ່ທັນແກ້ໄຂໄດ້ອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີກໍ່ຮຽກຮ້ອງເພີ່ມທະວີການກວດກາຄວາມຮັບຜິດຊອບຂອງຫົວໜ້າກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ໃນວຽກງານຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກ, ກ່າວຟ້ອງ; ຈັດຕັ້ງການເຈລະຈາໂດຍກົງເປັນປະຈຳ, ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພື່ອແນໃສ່ຫລຸດຜ່ອນບັນດາຈຸດຮ້ອນກ່ຽວກັບການຮ້ອງທຸກກ່າວຟ້ອງລົງ, ພິເສດແມ່ນບັນດາການຮ້ອງທຸກກ່າວຟ້ອງທີ່ມີຫລາຍຄົນເຂົ້າຮ່ວມ, ສັບສົນ, ແກ່ຍາວ…ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຕ້ອນຮັບປະຊາຊົນ ກໍ່ຄືເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ພະນັກງານຕ້ອນຮັບປະຊາຊົນ, ເພື່ອຮັບປະກັນໃຫ້ພະນັກງານຕ້ອນຮັບປະຊາຊົນອຸ່ນອ່ຽນໃຈປະຕິບັດງານ, ສຳເລັດທຸກໜ້າທີ່ ຊຶ່ງໄດ້ຮັບມອບໝາຍຢ່າງດີເດັ່ນ.