ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງທາຍບິ່ງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແຂວງທາຍບິ່ງ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວນຟຸກ​
ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ແຂວງ​ທາຍ​ບິ່ງ)


(vovworld) – ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ແຂວງ​ທາຍ​ບິ່ງ, ​ໃນ​ຕອນ​ເຊົ້າ​ວັນ​ທີ 26/09, ທ່ານ​ ຫງວຽນ​ຊວນຟຸກ, ຮອງ​ນາຍົກລັດຖະມົນ​ຕີ, ​ໄດ້​ຍ້ອງ​ຍໍ​ບັນດາ​ໝາກຜົນ​ເຊິ່ງ​ແຂວງທາຍ​ບິ່ງ​ ບັນລຸ​ໄດ້​ໃນ​ຂະ​ບວນການ​ແຂ່ງຂັນ​ໃນຕະຫຼອດ​ໄລຍະ 5 ປີຜ່ານມາ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໃຫ້​ຮູ້​ວ່າ, ​ແຂວງ ທາຍ​ບິ່ງ ຕ້ອງ​ປຸກລະດົມ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ​, ບໍ່​ພຽງ​ແຕ່​ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມືອງ​ເທົ່າ​ນັ້ນ, ຫາກ​ຍັງ​ເລີ່​ມຈາກ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຄວາມ​ຫວັງ ​ແລະ ຜົນ​ປະ​ໂຫຍ​ດຢ່າງ​​ແທດ​ຈິງຂອງ​ປະຊາຊົນ​ອີກ​​ດ້ວຍ.

        “ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່​ສຳຄັນ​ຂອງ​ທ້ອງ​ຖິ່ນ​ຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນ​ບັນຫາ​ຊົນ​ນະ​ບົດ​ໃໝ່, ສ້າງ​ສະພາບ​ແວດ​ລ້ອມ​ແກ່ງ​ແຍ້​ງ, ປະຕິ​ຮູບ​ດ້ານບໍລິຫານ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ຂະ​ບວນການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ພວກເຮົາ​ຕ້ອງ​ແຂ່ງຂັນ​​ເຊິ່ງກັນ​ແລະ​ກັນ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແກ່ງ​ແຍ້​ງຢ່າງ​ປອດ​ໄສ ຢູ່​ໃນ​ແຂວງ, ​ເພື່ອ​ໃຫ້​ທຸກ​ຄົນ​ພ້ອນກັນ​ພັດທະນາ, ​ຜູ​້​ໃດ​ມາ​ແຂວງ​ທາຍ​ບິ່ງ, ໂດຍ​ສະ​ເພາະ​ແມ່ນ​ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດຢູ່​ທາຍ​ບິ່ງ ​ແລະ ບັນດາ​ວິ​ສາ​ຫະກິດ​ແຫ່ງ​ອື່ນ​ນອກແຂວງ​ທາຍ​ບິ່ງ ກໍ​ເຫັນ​ໄດ້​ວ່າ​ ​ຕົນ​ເອງໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​.”

ຂ່າວ/ບົດ​ອື່ນ