ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ
ຮັດວຽກກັບຄະນະພັກຕຳຫຼວດສູນກາງ
(vovworld) – ໂດຍຜ່ານ 10 ປີທີ່ຜັນຂະຫຍາຍມະຕິກ່ຽວກັບ “ຍຸດທະສາດກໍ່ສ້າງ, ປັບປຸງລະບົບກົດໝາຍ ຫວຽດນາມ ຮອດປີ 2010, ກຳນົດທິດເຖິງປີ 2020” ຂອງກົມການເມືອງ, ວຽກງານກໍ່ສ້າງກົດໝາຍຂອງ ຫວຽດນາມ ໄດ້ມີຄວາມກ້າວໜ້າຫຼາຍຢ່າງ, ລະບົບກົດໝາຍ ຫວຽດນາມ ນັບມື້ນັບສົມບຸນແບບ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ເນັ້ນໜັກຄືດັ່ງກ່າວ ທີ່ການເຮັດວຽກຂອງຄະນະປະຕິບັດງານຄະນະຊີ້ນຳສະຫລຸບມະຕິຂອງກົມການເມືອງກ່ຽວກັບ “ຍຸດທະສາດກໍ່ສ້າງ, ປັບປຸງລະບົບກົດໝາຍ ຫວຽກນາມ ຮອດປີ 2010, ກຳນົດທິດເຖິງປີ 2020” ກັບຄະນະພັກຕຳຫຼວດສູນກາງ ກ່ຽວກັບການປະຕິບັດມະຕິໃນທົ່ວກຳລັງຕຳຫຼວດປະຊາຊົນ. ກໍ່ໃນການເຮັດວຽກ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວງຟູກ ສະເໜີວ່າ: ຄະນະພັກຕຳຫຼວດສູນກາງ ສືບຕໍ່ປັບປຸງບົດລາຍງານເພື່ອຝາກເຖິງຄະນະຊີ້ນຳ ຜ່ານຄະນະຮັບຜິດຊອບວຽກງານການເມືອງພາຍໃນສູນກາງໃຫ້ຖືກກັບຄວາມຄືບໜ້າ ແລະ ການແນະນຳ. ພ້ອມກັນນັ້ນ, ຄະນະພັກຕຳຫຼວດສູນກາງ ຕ້ອງມີມາດຕະການທັງໃນການສ້າງກົດໝາຍ ແລະ ນຳໃຊ້ກົດໝາຍເພື່ອຮັບປະກັນທຸກສິດອຳນາດລ້ວນແຕ່ໄດ້ຄວບຄຸ້ມທຸກການກະທຳຂອງພະນັກງານ, ລັດຖະກອນໃນວິວັດການປະຕິບັດໜ້າທີ່ລ້ວນແຕ່ໄດ້ຮັບການຕິດຕາມກວດກາຢ່າງແໜ້ນແຟ້ນ ບໍ່ພຽງແຕ່ພາຍໃນຂະແໜງ ຫາກນັບທັງຜ່ານປະຊາຊົນ, ອົງການຈັດຕັ້ງມະຫາຊົນທີ່ກ່ຽວຂ້ອງ.