ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບລັດຖະມົນຕີການຕ່າງປະເທດແລະເສດຖະກິດກັບຕ່າງປະເທດຮຸງກາຣີ

ຮອງນາຍົກລັດຖະມົນຕີຫວູວັນນິງຕ້ອນຮັບລັດຖະມົນຕີການຕ່າງປະເທດແລະເສດຖະກິດກັບຕ່າງປະເທດຮຸງກາຣີ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູວັນນີ​ງ
​ຕ້ອນຮັບ​ທ່ານ Szijjarto Peter
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 12/01, ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູວັນນີ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Szijjarto Peter ລັດຖະມົນ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ກັບ​ຕ່າງປະ​ເທດ ຮຸງ​ກາຣີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ຖື​​ເປັນ​ສຳຄັນການ​ຕີ​ລາຄາ​​ຂອງ​ທ່ານ​ Szijjarto Peter ສຳລັບ​​ຄວາມ​ມານະ​ພະຍາຍາມ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຖື​ວ່າ: ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ຂອງ 2 ປະ​ເທດ​ໃນ​ຊຸມ​ປີຜ່ານມາ ຍາມ​ໃດ​ກໍ​່ຢູ່​ໃນລະດັບ​ສູງ, ​ແຕ່ 15 – 20%. ບັນ​ດາການ​ໜູນ​ຊ່ວຍບ້ວງ​ສິນ​ເຊື່ອ​ຂອງ​ ຮຸງ​ກາຣີ ​ໄດ້​ຊ່ວຍ​ເຫຼືອ ຫວຽດນາມ ປະຕິບັດ​ບາງ​ໂຄງການ​ສຳຄັນ, ​ໃນ​ນັ້ນ ມີ​ໂຄງການ​ໂຮງໝໍມະ​ເຮັງຄໍ​ໜຽງ ​ເກີນ​ເທີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ປາດ​ຖະໜາ​ວ່າ ຮຸງ​ກາຣີ ຈະສືບຕໍ່​ໜູນ​ຊ່ວຍ ຫວຽດນາມ ປະຕິບັດ​ບັນດາ​ໂຄງການ ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ຕ້ອງການ​ຮ່ວມ​ມືດ້ວຍແຫຼ່ງບຸລິມະສິດ​ສູງ.  ກ່ຽວ​ກັບ​ໂຄງການຂໍ້​ມູນ​ພົນລະ​ເມືອງ​ (ພວມ​ໄດ້ຮັບ​ການ​ໜູນ​ຊ່ວຍ​ຈາກ ຮຸງ​ກາຣີ ​ເພື່ອ​ປະຕິບັດ​ທົດ​ລອງ​ຢູ່​ນະຄອນ ຫາຍ​ຟ່ອງ), ທ່ານ​ຮອງ​ນາຍົກລັດຖະມົນຕີ ຖື​ວ່າ: ຮຸງ​ກາຣີ ສາ​ມາດ​ຮ່ວມ​ມື​ກັບ​ຝ່າຍ ຫວຽດນາມ ຕາມ​ຮູບ​ການ​ຄູ່​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ ​ເພື່​ອປະຕິບັດ​​ໃຫ້ມີ​ປະສິດທິ​ຜົນ​ສູງ​ສຸດ.

 

ຂ່າວ/ບົດ​ອື່ນ