ຮອງນາຍົກລັດຖະມົນຕີຫວູວັນນີງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງນາມຈຶກ,ແຂວງ ນາມດິ້ງ

ຮອງນາຍົກລັດຖະມົນຕີຫວູວັນນີງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງນາມຈຶກ,ແຂວງ ນາມດິ້ງ - ảnh 1
(ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງແຂວງນາງດິ້ງ)

(vovworld) –  ​​ ​ໂດຍ​ປະຕິບັດການເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​​ທີ່​ດຳ​ເນີນກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 9 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 21/4, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນນີ​ງ ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ນາມ​ດິ້ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເທດສະບານ​ເມືອງ ນາມ​ຢາງ, ​ເມືອງ ນາມ​ຈຶກ, ​ແຂວງ ນາມ​ດິ້ງ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນນີ​ງ ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນພັກ ​ແລະ ລັດພວມ​ຊີ້​ນຳ​ນຳພາ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຍູ້​ແຮງ​ບັນດາ​ມາດ​ຕະການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່. ບົນ​ນ້ຳ​ໃຈ​ນັ້ນ, ບັນດາ​ທ້ອງ​ຖິ່ນ, ຄະນະ, ຂະ​ແໜງການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເລື່ອງ​ຍົກ​ສູງສະມັດ​ຕະພາບ, ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ, ວາງ​ແຜນ​ກຳນົດ​​, ສ້າງໂຄງ​ປະກອບ​ຜະລິດ​ຕະພັນ​ກະສິກຳ​ຄືນ​ໃໝ່ ​ເພື່ອ​ເໝາະ​ສົມ​ກັບ​ຕະຫຼາດ​ໃຊ້​ສອຍ​ພາຍ​ໃນປະ​ເທດ ​ແລະ ສາກົນ,​ ມຸ່ງ​ໄປ​ເຖິງການ​ຜະລິດ​ກະສິກຳ​​ດ້ວຍເຕັກ​ໂນ​ໂລ​ຊີ​ສູງ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​​ເສດ​ເຖິງ​ບົດບາດ​ສຳຄັນ​ຂອງ​ຊາວ​ກະສິກອນ.

ຂ່າວ/ບົດ​ອື່ນ