ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ເຂົ້າຮ່ວມ
ວັນບຸນສາມັກຄີທົ່ວປວງຊົນທັງຊາດຢູ່ຄຸ້ມບ້ານແທງເຊີນ
(ພາບ: daodoanket.vn)
(vovworld) – ຕອນຄ່ຳວັນທີ 12/11, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນິງ ເຂົ້າຮ່ວມວັນບຸນສາມັກຄີທົ່ວປວງຊົນທັງຊາດຢູ່ຄຸ້ມບ້ານແທງເຊີນ, ຕາແສງ ຫວູນິງ ນະຄອນບັກນິງ (ແຂວງ ບັກນິງ). ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະເໜີອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນ ປະຕິບັດໂຄງການກໍ່ສ້າງຊີວິດທາງດ້ານວັດທະນະທຳຢູ່ເຂດຊຸມຊົນເປັນຈຳ, ສຸມໃສ່ຊ່ວຍເຫຼືອບັນດາປະຊາຄົມ, ຄອບຄົວທີ່ຫຍຸ້ງຍາກດ້ານສຸຂະພາບ ແລະ ວຽກເຮັດງານທຳ ເພື່ອຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ປາດຖະໜາວ່າ: ປະຊາຊົນທ້ອງຖິ່ນສືບຕໍ່ອະນຸລັກຮັກສາ. ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດ ທິດເໜືອໃຫ້ບັນດາລຸ້ນຫລັງ, ຮັກສາສະພາບແວດລ້ອມຕົວເມືອງໃຫ້ຂຽວສະອາດສວຍງານ, ສຶກສາອົບຮົມລຸກຫລານປະຕິບັດກົດໝາຍຂອງລັດເປັນຢ່າງດີ. ປະກອບສ່ວນຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງທ້ອງຖິ່ນ.