ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan
ຕ້ອນຮັບຫົວໜ້າສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ສ.ເກົາຫຼີ
(ພາບ: chinhphu.vn)
(vovworld) - ວັນທີ 9/10, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ໃຫ້ການຕ້ອນຮັບຫົວໜ້າສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ສ.ເກົາຫຼີ (KIST), ປະລິຍາເອກ Kil Choo Moon. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເນັ້ນໜັກວ່າ ຫວຽດນາມ ມີແຜນນະໂຍບາຍພັດທະນາຂະແໜງວິທະຍາສາດ ແລະ ເຕັກໂນໂລຊີແຕ່ນີ້ຮອດປີ 2030 ຢ່າງແຮງ, ໃນນັ້ນວຽກງານວິທະຍາສາດ ແລະ ເຕັກໂນໂລຊີຕ້ອງຕອບສະໜອງໄດ້ພຶດຕິກຳຕົວຈິງ, ສ້າງເປັນກຳລັງປາຍແຫຼມທີ່ດີເດັ່ນ ເພື່ອປະຕິບັດບັນດາການຄົ້ນຄວ້າຢ່າງແທດຈິງ, ຕອບສະໜອງຜົນປະໂຫຍດ ແລະ ຄວາມຫວັງຂອງປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ຖືວ່າ ເລື່ອງນຳຮູບແບບ KIST ເຂົ້າຫວຽດນາມ ກໍແມ່ນທ່າອ່ຽງທີ່ຈຳເປັນຂອງຍຸກສະໄໝປະຈຸບັນ, ຮູບແບບນີ້ຈະຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໃນຂົງເຂດບຳລຸງສ້າງມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ.