ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນນັກອຸປະຖຳກອງທຶນຊ່ວຍເຫຼືອເດັກ
ຮອງປະທານປະເທດຫງວຽນທິຢວານ ຕ້ອນຮັບຄະນະຜູ້ແທນບັນດານັກອຸປະຖຳກອງທຶນຊ່ວຍເຫຼືອເດັກຫວຽດນາມ
|
(vovworld)- ຕາມບົດລາຍງານຂອງ ກອງທຶນຊ່ວຍເຫຼືອເດັກຫວຽດນາມ, ປີ 2014, ກອງທຶນຊ່ວຍເຫຼືອເດັກຫວຽດນາມຂົນຂວາຍການແຜ່ບໍລິຈາກເງິນໄດ້ກວ່າ 95 ຕື້ດົງ, ໜູນຊ່ວຍເດັກປະສົບກັບຄວາມຫຍຸ້ງຍາກກວ່າ 86.300 ຄົນ ແລະ ໄດ້ເຊັນສັນຍາອຸປະຖຳເງິນ 111 ຕື້ດົງໃຫ້ຊຸມປີຕໍ່ໆໄປ. ປີ 2015, ກອງທຶນຊ່ວຍເຫຼືອເດັກຫວຽດນາມວາງຈຸດໝາຍຂົນຂວາຍເງິນ 70 ຕື້ດົງເພື່ອໜູນຊ່ວຍເດັກປະສົບກັບຄວາມຫຍຸ້ງຍາກ 47.000 ຄົນ. ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນບັນດານັກອຸປະຖຳກອງທຶນຊ່ວຍເຫຼືອເດັກຫວຽດນາມເມື່ອຕອນບ່າຍ ວັນທີ 24/1, ທ່ານນາງຮອງປະທານປະເທດຫງວຽນທິຢວານ ໄດ້ຮັບຮູ້ການປ່ຽນໃໝ່ວິທີການໜູນຊ່ວຍ, ກອງທຶນຊ່ວຍເຫຼືອເດັກຫວຽດນາມໄດ້ດຶງດູດຫຼາຍແຫຼ່ງກຳລັງ ແລະ ວັດຖຸເພື່ອໜູນຊ່ວຍ. ທ່ານນາງຮອງປະທານປະເທດຫງວຽນທິຢວານ ສະແດງຄວາມຂອບໃຈ ແລະ ຫວັງໃຫ້ບັນດານັກອຸປະຖຳສືບຕໍ່ຮ່ວມເດີນທາງພ້ອມກັບ ກອງທຶນຊ່ວຍເຫຼືອເດັກຫວຽດນາມເພື່ອຊ່ວຍເຫຼືອເດັກປະສົບກັບຄວາມຫຍຸ້ງຍາກ.