ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນອະດີດນັກຮົບເຈືອງເຊີນ

ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນອະດີດນັກຮົບເຈືອງເຊີນ - ảnh 1
ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນອະດີດນັກຮົບເຈືອງເຊີນ
(ພາບ: Lê Thơm).

(vovworld) - ພັກ​, ລັດ​ຍາມ​ໃດ​ກໍ່​​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ກຳ​ລັງ​ນັກ​ຮົບ ເຈື່ອງ​ເຊີນ ເຊິ່ງໄດ້​ເສຍ​ສະຫຼະ​ເລືອດ​ເນື້ອ​ໃຫ້​ແກ່​ເອ​ກະ​ລາດ, ເອ​ກະ​ພາບ​ຂອງ​ປະ​ເທດ​ຊາດ. ນັ້ນ​ແມ່ນ​​ຄຳ​ຢືນ​​ຢັນຂອງ​ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໃນ​ການ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ນັກ​ຮົບ​ເກົ່າ ສະ​ມາ​ຄົມ​ມູນ​ເຊື້ອ ເຈື່ອງ​ເຊີນ - ເສັ້​ນ​ທາງ ໂຮ່​ຈີ​ມິນ ຖືກ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 22/12, ຢູ່ ຮ່າ​ໂນ້ຍ. ທ່າ​ນ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ອວຍ​ພອນ​ໃຫ້ບັນ​ດາ​ນັກ​ຮົບ​ເກົ່າ ສະ​ມາ​ຄົມ​ມູນ​ເຊື້ອ ເຈື່ອງ​ເຊີນ - ເສັ້​ນ​ທາງ ໂຮ່​ຈີ​ມິນ ແລະ ຄອບ​ຄົວ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ມີ​ຄວາມ​ຜາ​ສຸກ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອກອງ​ທັ​ບ​ປະ​ຊາ​ຊົນ ຫວຽດ​ນາມ.



ຂ່າວ/ບົດ​ອື່ນ