ຮອງປະທານປະເທດຫງວຽນທິຢວານຕ້ອນຮັບນັກສຶກສາລາວທີ່ດີເດັ່ນ

ຮອງປະທານປະເທດຫງວຽນທິຢວານຕ້ອນຮັບນັກສຶກສາລາວທີ່ດີເດັ່ນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​
​ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກ​ສຶກສາ ລາວ ທີ່ດີດັ່ນ
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 18/9, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກ​ສຶກສາ ລາວ ທີ່ດີດັ່ນ 40 ຄົນ ທີ່​ຕາງໜ້າ​ໃຫ້​ນັກ​ສຶກສາ ລາວ 9.000 ຄົນ​ ທີ່ພວມ​ຄົ້ນຄວ້າ ​ແລະ ຮ່ຳຮຽນ​ຢູ່ມະຫາວິທະຍາ​ໄລ ​ແລະ ສະ​ຖາ​ບັນ​ຂອງ ຫວຽດນາມ 150 ​ແຫ່ງ ​ເນື່ອງ​ໃນ​ໂອກາດ​​​ເລີ່​ມຕົ້ນ​​ສົກຮຽນ​ໃໝ່​ປີ 2015 – 2016. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ: ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ບຳລຸງ​ສ້າງ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ບັນລຸ​ໄດ້​ຜົນ​ງານທີ່ແທດ​ຈິງຫຼາຍຢ່າງ. ຂະ​ແໜງ​ການ​ສຶກສາ 2 ປະ​ເທດ ຫວຽດນາມ - ລາວ ພວມ​ຜັນ​ຂະຫຍາຍ​ໂຄງການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່ມີຄຸນນະພາບສູງໃຫ້​ແກ່​ປະ​ເທດ ລາວ, ບັນດາ​ຮູບ​ການ​ບຳລຸງ​ສ້າງ​ໄດ້​ຫັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຈາກຊັ້ນ​ມັດ​ຖະຍົມ​ເຖິງ​ຊັ້ນ​ປະລິນຍາ​ເອກ. ນັບ​ມື້​ນັບ​ມີ​ນັກ​ສຶກສາ ລາວ ຫລາຍຄົນ​ມາ​ຮຳ່ຮຽນ​ຢູ່ ຫວຽດນາມ. ທ່ານ​ນາງຮອງ​ປະທານ​ປະ​ເທດ ປາດ​ຖະໜາວ່າ ​ບັນດາ​ນັກ​ສຶກສາ ລາວ ສືບ​ຕໍ່​ມານະ​ພະຍາຍາມ​ຮ່ຳຮຽນ​ກ່ວາ​ອີກ ​ເພື່ອ​ບັນລຸ​​ໄດ້​ຜົນງານດີ​ກ່ວາ​ອີກສົມ​​ເປັນ​ແຫຼ່ງຊັບພະຍາກອນ​ມະນຸດໃນ​ອະນາຄົດ, ກຳລັງ​ແກ່ນສານ​ໃນ​ພາລະກິດ​ສ້າງສາ​ປະ​ເທດ ລາວ ຮັ່ງມີ, ເຂັ້ມ​ແຂງ.

 



ຂ່າວ/ບົດ​ອື່ນ