ຮອງປະທານປະເທດຫງວຽນທິຢວານພົບປະກັບປະທານສະພາແຫ່ງຊາດແລະນາຍົກລັດຖະມົນຕີMacedonia

ຮອງປະທານປະເທດຫງວຽນທິຢວານພົບປະກັບປະທານສະພາແຫ່ງຊາດແລະນາຍົກລັດຖະມົນຕີMacedonia - ảnh 1
ທ່ານ​ນ​າງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ພົບ​ປ​ະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Trajco Velianovski
(ພາບ: Thống Nhất-TTXVN)

(vovworld) – ເນື່ອງ​ໃນ​ການ​ຢ້ຽມ​ຢາມ ສ. Macedonia ຂອງ​ທ່ານ​ນ​າງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ຕາມ​ຄຳ​ເຊີນ​ຂອງ​​ທ່ານປະ​ທາ​ນາ​ທິ​ບໍ​ດີ ສ. Macedonia Gjorge Ivanov.

        ວັນ​ທີ 2/12, ທີ່​ການ​ພົບ​ປະ​ກັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Nokola Gruevski, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ສັນຄົ້ນ​ຄ້​ວາ​ສ້າງ​ຕັ້ງ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກ​ສາ, ບຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ. ຕາມນັ້ນ​ແລ້ວ, 2 ຝ່າຍ​ພິ​ຈາ​ລະ​ນາ​ຄວາມ​ສາ​ມາດ​ເຊັນ​ບັນ​ດາ​ສັນ​ຍາ​ຮ່ວມ​ມື​ໃນ​ຂົ​ງ​ເຂດນີ້.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Trajco Velianovski, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂອງ 2 ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ ແລະ ແລກ​ປ່ຽນ​ບົດ​ຮຽນເຊິ່ງ​ກັນ ແລະ ກັນ.

        ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ Macedonia.

        ກ​່ອນ​ໜ້ານັ້ນ, ໃນ​ການ​ເຈ​ລະ​ຈາ​ກັບ​ ທ່ານປະ​ທາ​ນາ​ທິ​ບໍ​ດີ Gjorge Ivanov ໃນ​ວັນ​ທີ 2/12, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຖື​ວ່າ: 2 ປະ​ເທດ​ໄດ້​ເຊັນ​ບັນ​ດາ​ສັນ​ຍາ​ສົ່ງ​ເສີມ ແລະ ອາ​ລັກ​ຂາ​​ແກ່​ການລົງ​ທຶນ, ສັນ​ຍາຫຼີກ​ລ້ຽງ​ການ​ເກັບ​ພາ​ສີ​ຊ້ອນ ແລ​ະ ເຊັນ​ສັນ​ຍາ​ຮ່ວມ​ມື​ເສດ​ຖະ​ກິດ​ໃນ​ການ​ຢ້ຽມ​ຢາມ​ຈະ​ສ້າງກອບ​ກົດ​ໝາຍ​ສະ​ດວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພ​ົວ​ພັນ 2 ຝ່າຍ ແລະ ຍົກ​ສູງວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ