ຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ຕ້ອນຮັບປະທານ Ford Asean

(VOVWORLD) - ຕອນບ່າຍວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Mark Kaufiman, ປະທານ Ford Asean, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟູ່ງກວກຫຽນ ໄດ້ຕີລາຄາສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ມີບັນດາບາດກ້າວພັດທະນາທີ່ຕັ້ງໜ້າ. 
ຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ຕ້ອນຮັບປະທານ Ford Asean - ảnh 1ທ່ານ Mark Kaufiman, ປະທານ Ford Asean ແລະ ທ່ານ ຟູ່ງກວກຫຽນ, ຮອງປະທານສະພາແຫ່ງຊາດ ຫວຽດນາມ 

ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ເຊື່ອໝັ້ນວ່າ, ຜົນງານຂອງບໍລິສັດຈະສ້າງກຳລັງໜູນໃຫ້ບັນດາການແງ່ຫວັງແຫ່ງການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ.

        ທ່ານ Mark Kaufiman, ປະທານ Ford Asean ຫວັງວ່າ ຫວຽດນາມ ພິຈາລະນາກ່ຽວກັບນະໂຍບາຍພາສີການບໍລິໂພກພິເສດສຳລັບລົດກະບະ ກໍ່ຄືລະດັບພາສີນຳເຂົ້າສຳລັບເຄື່ອງອາໄຫຼ່ລົດໂອໂຕນຳເຂົ້ານອກ ອາຊຽນ…, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດພັດທະນາຕະຫຼາດໂອໂຕພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ