ຮອງປະທານສະພາແຫ່ງຊາດອວງຈູລືວຕ້ອນຮັບຄະນະຜູ້ແທນອົງການໄຈ້ແຍກກົດໝາຍສະພາສູງອິນໂດເນເຊຍ

ຮອງປະທານສະພາແຫ່ງຊາດອວງຈູລືວຕ້ອນຮັບຄະນະຜູ້ແທນອົງການໄຈ້ແຍກກົດໝາຍສະພາສູງອິນໂດເນເຊຍ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ
ອວງຈູ​ລື​ວ ແລະ ທ່ານ TB. Soenmandjaja
(ພາບ: quochoi.vn)

(vovworld) – ​ ​ ວັນ​ທີ 7/10, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ອົງການ​ໄຈ້​ແຍກ​ກົດໝາຍ​ສະພາ​ສູງ ອິນ​ໂດ​ເນເຊຍ, ​ໂດຍ​ທ່ານ TB. Soenmandjaja ຮອງ​ຫົວໜ້າ​ອົງການ​ໄຈ້​ແຍກ​ກົດໝາຍ​ສະພາ​ສູງ ອິນ​ໂດ​ເນ​ເຊຍ ​ເປັນ​ຫົວໜ້າ​ຄະນະ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ ຢືນຢັນ​ວ່າ: ຫວຽດນາມ ​ແລະ ອິນ​ໂດ​ເນເຊຍ ພວມ​ຕັ້ງໜ້າ​ກະກຽມ​ໃຫ້ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ໃນ​ທ້າຍ​ປີ 2015. ທ່ານ ອວງຈູ​ລື​ວ ສະ​ເໜີ 2 ຝ່າຍ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​ໃນ​ການປະຕິບັດ​ບັນດາ​ໂຄງການ​, ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ປະຕິບັດ​​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​ໂດ​ເນເຊຍ​ ເປັນ​ຢ່າງ​ດີ. ສ່ວນ​ທ່ານ​ຮອງ​ຫົວໜ້າ​ອົງການ​ໄຈ້​ແຍກ​ກົດໝາຍ​ສະພາ​ສູງ ອິນ​ໂດ​ເນເຊຍ TB. Soenmandjaja ປາດ​ຖະໜາ​ຢາກ​ໃຫ້​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມືກ່ວາ​ອີກ, ກໍ​ຄື​ການ​ຕິດຕາມ​ກວດກາ​ເພື່ອ​​ໃຫ້ການຜັນ​ຂະ​ຫຍາ​ຍ, ການປະຕິບັດ​ບັນດາສັນຍາ​, ຂໍ້​ຕົກ​ລົງ​ໄດ້​​ປະສິດທິ​ຜົນ, ນຳ​ມາ​​ເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ 2 ປະ​ເທດ​ຢ່າງ​ແທດ​ຈິງ. 2 ຝ່າຍ​ຕັ້ງໜ້າສົມທົບ​ກັນພົບປະແລກປ່ຽນຄະນະ, ​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ​ລະຫວ່າງ​ບັນດາ​ອົງການ​ວິຊາ​ສະ​ເພາະ​ຂອງ​ສະພາ​​ແຫ່ງ​ຊາດ ​ແລະ ການ​ປະຕິບັດ​ລັດຖະທຳ​ມະນູນ ​ເພື່​ອ​ແນ​ໃສ່​ຮ່ວມ​ມື, ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ​ແລກປ່ຽນ​ບັນດາ​ບັນຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຢູ່ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ.

 

ຂ່າວ/ບົດ​ອື່ນ