ຮອງປະທານສະພາແຫ່ງຊາດອວງຈຸລິວຢ້ຽມຢາມແລະເຮັດວຽກຢູ່ໂປໂລຍ
ທ່ານຮອງປະທານສະພາແຫ່ງຊາດອວງຈຸລິວ
ຢ້ຽມຢາມແລະເຮັດວຽກຢູ່ໂປໂລຍ
(ພາບ: TTXVN)
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ໂປໂລຍ, ໃນລະຫວ່າງວັນທີ 20 – 25/06, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈຸລິວ ໄດ້ມີບັນດາການເຈລະຈາກັບທ່ານຮອງປະທານສະພາຕ່ຳໂປໂລຍ Malgorzata Kidawa Blonska, ທ່ານຮອງປະທານສະພາສູງ Adam Bielan, ພົບປະເຈລະຈາກັບການນຳຂອງບາງກຳມາທິການຂອງສະພາແຫ່ງຊາດໂປໂລຍ. ທີ່ບັນດາການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ແລະ ບັນດາການນຳສະພາແຫ່ງຊາດໂປໂລຍ ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບການພັດທະນາການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ໂປໂລຍ ໃນຊຸມປີຜ່ານມາ, ໂດຍສະເພາະແມ່ນໃນຂົງເຂດການຄ້າ, ການລົງທຶນ. ຫວຽດນາມ ແລະ ໂປໂລຍຕ້ອງສືບຕໍ່ຊຸກຍູ້ ແລະ ເປີດກວ້າງການຮ່ວມມືໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການຄືຶ: ການທ່ອງທ່ຽວ, ການສຶກສາບຳລຸງສ້າງ, ປຸງແຕ່ງທັນຍາຫານ… ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ຢືນຢັນວ່າ, ການນຳລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ ແລະ ພັດທະນາການພົວພັນຮ່ວມມືຫຼາຍດ້ານ, ຍາວນານ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ໂປໂລຍ.
ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ແລະ ບັນດາການນຳ ໂປໂລຍ ໄດ້ເປັນເອກກະພາບນຳກັນບາງບັນຫາກ່ຽວກັບການເພີ່ມທະວີການຮ່ວມມືໃນບັນດາເວທີປາໄສພາກພື້ນ, ສາກົນ ແລະ ການຮ່ວມມືລັດຖະສະພາ.