ຮອງລັດຖະມົນຕີກະຊວງປ້ອງກັນປະເທດ Le Huu Duc ຕ້ອນຮັບຄະນະ ພະນັກງານລາວ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ Le Huu Duc ຕ້ອນຮັບຄະນະ ພະນັກງານລາວ - ảnh 1
( ພາບປະກອບ )

(vovworld) -     ຕອນ​ບ່າຍ​ວັນ​ທີ 21/8, ຢູ່​ທີ່​ຮ່າ​ໂນ້ຍ, ທ່ານພົນ​ໂທ Le Huu Duc, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບທ່ານພັນ​ຕີ ຄຳ​ພັນ, ຮອງ​ຫົວໜ້າ​ກົມ​ແຜນການ - ການ​​ເງິນ ພ້ອມ​ກັບພະນັກງານ​ກົມ​ແຜນການ - ການ​ເງິນ, ກະຊວງ​ປ້ອງ​ກັນປະ​ເທດລາວ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານພົນ​ໂທ Le Huu Duc ​ໄດ້​ຕີ​ລາຄາ​ສູງ​ການປະສານ​ສົມທົບ​, ​ແລກປ່ຽນ​ບົດຮຽນ​ດ້ານວິຊາ​ສະ​ເພາະ ວຽກ​ງານ​ການ​ເງິນ​ລະຫວ່າງ​ກົມ​ການ​ເງິນ, ກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ ​ແລະ ກົມ​ແຜນການ - ການ​ເງິ​ນກະຊວງ​ປ້ອງ​ກັນປະ​ເທດລາວ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ ຈະ​ສືບ​ຕໍ່​ສ້າງ​​ເງື່ອນ​ໄຂ​ສະດວກທີ່​ສຸດ ​ເພື່ອ​ກົມ​ການ​ເງິນ, ກະຊວງ​ປ້ອງ​ກັນຊາ​ດຫວຽດນາມ ຊ່ວຍ​ເຫຼືອ, ​ແບ່ງປັນ​ບົດຮຽນ ​ເພື່ອໃຫ້ກົມ​ແຜນການ - ການ​ເງິ​ນກະຊວງ​ປ້ອງ​ກັນປະ​ເທດລາວ ສຳ​ລັດ​ໜ້າ​ທີ​ວິຊາ​ສະ​ເພາະດ້ານ​ວຽກ​ງານ​ການ​ເງິນ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ.


ຂ່າວ/ບົດ​ອື່ນ