ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ຢ້ຽມ​ຢາມ ຫວຽດ​ນາມ

(VOVWORLD) - ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານກັບ ຫວຽດນາມ ລວມມີການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ສົມທົບກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ຄືການຄ້າມະນຸດ ແລະ ອາດຊະຍາກຳຂ້າມຊາດ.
ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ຢ້ຽມ​ຢາມ ຫວຽດ​ນາມ - ảnh 1ທ່ານນາງ Uzra Zeya ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: Ifeng)

ທ່ານນາງ Uzra Zeya ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບຄວາມໝັ້ນຄົງພົນລະເຮືອນ, ປະຊາທິປະໄຕ ແລະ ມະນຸດສະທຳ ຈະມີການຢ້ຽມຢາມ ຫວຽດນາມ ແລະ ມາເລເຊຍໃນລະຫວ່າງວັນທີ 25 ສິງຫາ ຫາວັນທີ 31 ສິງຫາ. ນີ້ແມ່ນຂໍ້ມູນໂດຍກະຊວງການຕ່າງປະເທດ ອາເມລິກາ ຍົກອອກມາໃນວັນທີ 24 ສິງຫາ.

ຢູ່ຮ່າໂນ້ຍ, ທ່ານນາງ Uzra Zeya ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະເນັ້ນໜັກເຖິງກຳລັງແຮງ ແລະ ຄວາມຂະຫຍັນຂັນເຄື່ອນຂອງການພົວພັນ ອາເມລິກາ - ຫວຽດນາມ ເພື່ອບັນລຸໄດ້ບັນດາເປົ້າໝາຍລວມແມ່ນ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ ຢູ່ພາກພື້ນ ແລະ ໂລກ. ທີ່ການພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານກັບ ຫວຽດນາມ ລວມມີການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ສົມທົບກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ຄືການຄ້າມະນຸດ ແລະ ອາດຊະຍາກຳຂ້າມຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ