ຮອງລັດຖະມົນຕີການຕ່າງປະເທດຫງວຽນແທງເຊີນ ຢ້ຽມຢາມສະຫະພັນລັດເຊຍ

ຮອງລັດຖະມົນຕີການຕ່າງປະເທດຫງວຽນແທງເຊີນ ຢ້ຽມຢາມສະຫະພັນລັດເຊຍ - ảnh 1
(ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ແທງ​ເຊີນ
ພົບ​ປະກັບພໍ່​ແມ່​ປະຊາ​ຊົນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ)


(vovworld) - ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມສະມັດຊາ UNESCO ​ແລະ ຢ້ຽມຢາມ 3 ປະ​ເທດ​ເອີ​ລົບ ​ແມ່ນ ສ.ຝລັ່ງ, ສ.​ເຊັກ ​ແລະ ສະຫະພັນ​ລັດ​ເຊຍ, ຕອນ​ບ່າຍ​ວັນ​ທີ 23/04, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ແທງ​ເຊີນ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ໂອ້​ລົມ​ກັບ​ຜູ້ຕາງໜ້າ​ພໍ່​ແມ່​ປະຊາ​ຊົນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ. ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ແທງ​ເຊີນ ​ໄດ້​ແຈ້ງ​​ໃຫ້​ພໍ່​ແມ່​ປະຊາຊົນຊາບກ່ຽວ​ກັບ​ສະພາບ​ປະ​ເທດ​ຊາດ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ ສາກົນ​ເວົ້າ​ລວມ ​ແລະ ​ສະພາບ​ການຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ປະ​ເທດ​ຕ່າງໆໃນ​ໂລກ ກໍ​ຄື​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ພໍ່​ແມ່​ປະຊາຊົນ​ທີ່​ມີ​ຕໍ​ປະ​ເທດ​ຊາດ​ເວົ້າ​ສະ​ເພາະ.  ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ.

        “​ໃນ​​ໄລຍະ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ມຸ່ງ​ໄປສູ່​ພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ບັນດາ​ປະ​ເທດ​​ໃນ​ໂລກ, ພິ​ເສດ​ແມ່ນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນດາ​ການ​ເຄື່ອ​ນ​ໄຫວ​ພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ໝາກຜົນ​ດີ. ປະຈຸ​ບັນ ພັກ ​ແລະ ລັດ ພວມ​ພິຈາລະນາ, ຕີ​ລາຄາ​ສັງ​ລວມກຳລັງ​ແຮງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ​ແລະປະຈຸ​ບັນ​ກຳລັງ​ແຮງ​ຂອງ​ປະຊາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ພວມ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ດີງາ​ມ.”
ຂ່າວ/ບົດ​ອື່ນ