ຮອງເລຂາທິການໃຫຍ່ ສະຫະປະຊາຊາດ ໄປຍັງ ຊີຣີ ຕີລາຄາສະພາບການ ມະນຸດສະທຳ

ຮອງເລຂາທິການໃຫຍ່ ສະຫະປະຊາຊາດ ໄປຍັງ ຊີຣີ ຕີລາຄາສະພາບການ ມະນຸດສະທຳ - ảnh 1
ທ່ານນາງ​ຮອງ​​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຮັບຜິດຊອບ​ບັນຫາ​ມະນຸດສະທຳ Valerie Amos
(ພາບ: Reuters)

(vovworld) - ວັນ​ທີ 14/8, ທ່ານນາງ​ຮອງ​​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຮັບຜິດຊອບ​ບັນຫາ​ມະນຸດສະທຳ Valerie Amos ​ໄດ້​ໄປ​ຍັງ ຊີຣີ ​​ເພື່ອ​ແກ້​ໄຂ​ສະພາບ​ການ​ມະນຸດສະທຳ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ​ຢູ່​ປະ​ເທດ​ນີ້ ກໍ​ຄື​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ. ມາ​ຮອດ​ຈຸດ​ເວລາ​ນີ້, ຄາດ​ວ່າ, ມີ​ປະຊາຊົນ 2 ລ້ານ​ຄົນ​ຖືກ​ຮັບ​ຜົນ​ສະທ້ອນ​ຍ້ອນ​ວິ​ກິດ​ການ​ຢູ່ ຊີຣີ. ກ່ວາ 1 ລ້ານ​ຄົນ​ຕ້ອງ​ປະລະ​ເຮືອນ​ຊານ ​ໄປ​ຫຼົບຊ້ອນຢູ່​ບໍລິ​ເວນ​ພາຍ​ໃນ​ຊີຣີ ​ໃນ​ຂະນະ​ທີ່​ການ​ປະ​ທະ​ກັນ​ຢ່າງ​ຄົງ​ຜັນ​ແປ​ໄປ​ຢ່າງ​ຮ້າຍ​ແຮງ Damacus, Aleppo ​ແລະ ບັນດາ​ນະຄອນອື່ນໆ. ກ່ວາ 140.000 ຄົນ​ໄດ້​ອົບ​ປະ​ຫຍົບໄປຢູ່​ບັນດາ​ປະ​ເທດ Libang, Gioocdani, ຕວັກ​ກີ ​ແລະ ອີຣັກ. ສ່ວນ​ຫຼາຍ​ພວມ​ອາ​ໄສ​ຢູ່​​ໃນ​ຕູບຊົ່ວຄາວຢູ່​ເຂດ​ຊາຍ​ແດນ.

 ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ອາ​ເມ​ລິ​ກາ ​ໄດ້​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ ​​ເລັ່ງ​ໃສ່​ທ່ານ​ອະດີດນາຍົກ ຊີຣີ Riad Hijab, ຜູ້​ຫາ​ກໍ​ໂຕນ​ປະ​ໜ້າ​ທີ່ໃນ​ເດືອນ​ກ່ອນ. ​ໃນ​ການ​ກະທຳ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ໃຫ້​ບັນດາ​ການກະທຳໃນ​ອຳນາດ​ການ​ປົກຄອງ ຊີຣີ, ກະຊວງ​ການ​ເງິນ ອາ​ເມ​ລິ​ກາ ກໍ​ໄດ້​ຍົກ​ເລີກ​ຄຳ​ສັ່ງ​ປິດ​ລ້ອມ​ຊັບ​ສົມບັດ​ຂອງ​ທ່ານ Hijab.

ຂ່າວ/ບົດ​ອື່ນ