(VOVWORLD) - ກ່ອນການແຂ່ງຂັນນັດສຳຄັນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ໄດ້ສົ່ງໂທລະເລກລະດົມກຳລັງໃຈທິມບານເຕະ U23 ຫວຽດນາມ.
ບັນດານັກກິລາບານເຕະ ຫວຽດນາມ
|
ຮອບຊິງຊະນະເລີດລະຫວ່າງ U23 ຫວຽດນາມ - Uzbekistan ທີ່ການແຂ່ງຂັນບານເຕະ U23 ອາຊີ ຈະດຳເນີນໃນຕອນບ່າຍ, ເວລາ 15 ໂມງວັນທີ 27 ມັງກອນ, ໃນສະໜາມກິລາ ຈ໋າງເຈົາ (ແຈ໋ວງຊູ - ປະເທດຈີນ). ນີ້ແມ່ນຂີດໝາຍປະຫວັດສາດຂອງບານເຕະ ຫວຽດນາມ ໃນການແຂ່ງຂັນບານເຕະລະດັບທະວີບນີ້, ບັນດານັກກິລາບານເຕະ ຫວຽດນາມ ໄດ້ແຂ່ງຂັນບັນລຸຜົນສຳເລັດ, ໄດ້ຊະນະທິມບານເຕະທີ່ແຂງແກ່ນໃນພາກພື້ນ ເປັນຄັ້ງທຳອິດໄດ້ເຂົ້າແຂ່ງຂັນໃນຮອບຊິງຊະນະເລີດ.
ກ່ອນການແຂ່ງຂັນນັດສຳຄັນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ໄດ້ສົ່ງໂທລະເລກລະດົມກຳລັງໃຈທິມບານເຕະ U23 ຫວຽດນາມ. ໂທລະເລກໄດ້ຢືນຢັນວ່າ ປະຊາຊົນ ຫວຽດນາມ ກ່ວາ 90 ລ້ານຄົນ ທີ່ຢູ່ເບື້ອງຫຼັງ, ໄດ້ຊ່ວຍເຊຍໃຫ້ກຳລັງໃຈ ແລະ ຕິດຕາມບັນດານັກກິລາທຸກບາດກ້າວ. ພາຍໃຕ້ຄັນທຸງສີແດງ ດາວເຫຼືອງ, ຈົ່ງອຸ່ນອ່ຽນໃຈ, ເຊື່ອໝັ້ນຕົນເອງ, ແຂ່ງຂັນສຸດຈິດສຸດໃຈເພື່ອປະເທດ ຫວຽດນາມ.