ຮ່າຢາງ - ສະຖານທີ່ວັດທະນະທຳລະດັບພາກພື້ນແຖວໜ້າຢູ່ ອາຊີ

(VOVWORLD) - ອົງການຈັດຕັ້ງ WTA ໄດ້ເຊີດຊູ ແຂວງ ຮ່າຢາງ ຂອງ ຫວຽດນາມ ແມ່ນ: ສະຖານທີ່ວັດທະນະທຳລະດັບພາກພື້ນແຖວໜ້າຢູ່ ອາຊີ.
ຮ່າຢາງ - ສະຖານທີ່ວັດທະນະທຳລະດັບພາກພື້ນແຖວໜ້າຢູ່ ອາຊີ - ảnh 1(ຮ່າຢາງ ແມ່ນ: ສະຖານທີ່ວັດທະນະທຳລະດັບພາກພື້ນແຖວໜ້າຢູ່ ອາຊີ)

        ຕອນຄ່ຳວັນທີ 03 ກັນຍາ, ຢູ່ນະຄອນຫຼວງ ມານີລາ, ຟີລິບປິນ, ໄດ້ຈັດພິທີມອບລາງວັນທ່ອງທ່ຽວໂລກ World Travel Awards 2024 (WTA) ພາກພື້ນ ອາຊີ ແລະ ທະວີບໂອເຊອານີ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການຈັດຕັ້ງ, ອົງການຄຸ້ມຄອງລັດ, ວິສາຫະກິດ, ນັກຊ່ຽວຊານເຄື່ອນໄຫວໃນຂົງເຂດທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນ.

        ທີ່ເຫດການ, ອົງການຈັດຕັ້ງ WTA ໄດ້ເຊີດຊູ ແຂວງ ຮ່າຢາງ ຂອງ ຫວຽດນາມ ແມ່ນ: ສະຖານທີ່ວັດທະນະທຳລະດັບພາກພື້ນແຖວໜ້າຢູ່ ອາຊີ. ນີ້ແມ່ນລາງວັນສຳຄັນໃນລະບົບບັນດາລາງວັນຂອງ WTA, ສຸມໃສ່ຕີລາຄາບັນດາມາດຕະຖານກ່ຽວຂ້ອງຄື ການອະນຸລັກຮັກສາວັດທະນະທຳ ແລະ ການພັດທະນາແຫຼ່ງຊັບພະຍາກອນທຳມະຊາດ ແລະ ລະບົບຊີວະທຳມະຊາດແບບຍືນຍົງ. ທ່ານນາງ ຈ້ຽວທິຕິ່ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຮ່າຢາງ, ໃຫ້ຮູ້ວ່າ:

        “ປີ 2023, ຮ່າຢາງ ມີຄວາມເປັນກຽດທີ່ອົງການມອບລາງວັນທ່ອງທ່ຽວໂລກເຊີດຊູວ່າແມ່ນ: ສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນແຖວໜ້າຢູ່ ອາຊີ ປີ 2023. ປີນີ້, ພາຍຫຼັງການຄັດເລືອກ, ຕີລາຄາ, ຮ່າຢາງ ເປັນກຽດໄດ້ຮັບລາງວັນ ສະຖານທີ່ວັດທະນະທຳລະດັບພາກພື້ນແຖວໜ້າຢູ່ ອາຊີ ປີ 2024. ນີ້ແມ່ນການຮັບຮອງຄວາມມານະພະຍາຍາມຂອງແຂວງ ໃນການສ້າງພາບພົດ, ພັດທະນາຢ່າງຖືກທິດ, ມີຈຸດສຸມ, ຍືນຍົງ. ພ້ອມທັງແມ່ນກຳລັງໜູນເພື່ອໃຫ້ແຂວງສືບຕໍ່ເພີ່ມທະວີບັນດາມາດຕະການແກ້ໄຂເພື່ອປະຕິບັດຢ່າງຄົບຊຸດ, ເສີມຂະຫຍາຍນາມມະຍົດ, ຜົນງານທີ່ບັນລຸໄດ້, ຍົກລະດັບ, ຢັ້ງຢືນທີ່ຕັ້ງຂອງທ້ອງຖິ່ນໃນແຜນທີ່ທ່ອງທ່ຽວພາກພື້ນ ແລະ ສາກົນໃນໄລຍະຈະມາເຖິງ”.

        ຮ່າຢາງ ແມ່ນນອນຢູ່ທາງທິດເໜືອຂອງ ຫວຽດນາມ, ແມ່ນແຫ່ງມີສວນສາທາລະນະທໍລະນີສາດທົ່ວໂລກ UNESCO ເຂດພູພຽງຫີນ ດົ່ງວັນ, ເຂດເຕົ້າໂຮມຫຼາຍມໍລະດົກ, ທັດສະນີຍະພາບມີຄຸນຄ່າທີ່ມີລັກສະນະສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ