(VOVWORLD) - ມີ 747 ສ່ວນບຸກຄົນໄດ້ຮັບນາມມະຍົດ “ວຽກດີຄົນເດັ່ນ” ແລະ 10 ສ່ວນບຸກຄົນດີເດັ່ນໄດ້ຮັບນາມມະຍົດ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2022.
(ພາບ: hanoimoi.com.vn)
ເນື່ອງໃນໂອກາດ 68 ປີແຫ່ງວັນປດົປ່ອຍນະຄອນຫຼວງຮ່ໂນ້ຍ (10/10/1954 -10/10/2022), ຕອນເຊົ້າວັນທີ 10 ຕຸລາ, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມສະຫລຸບ 30 ປີແຫ່ງຂະບວນການວຽກດີຄົນເດັ່ນ, ມອບນາມມະຍົດພົນລະເມືອງນະຄອນຫຼວງດີເດັ່ນປີ 2022
ມີ 747 ສ່ວນບຸກຄົນໄດ້ຮັບນາມມະຍົດ “ວຽກດີຄົນເດັ່ນ” ແລະ 10 ສ່ວນບຸກຄົນດີເດັ່ນໄດ້ຮັບນາມມະຍົດ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2022 ແມ່ນບັນດາແບບຢ່າງໃນການປະຕິບັດບັນດາໜ້າທີ່ການເມືອງຂອງທ້ອງຖິ່ນ, ຫົວໜ່ວຍ, ແບບຢ່າງ ວຽກດີຄົນເດັ່ນ, ປະກອບສ່ວນປະຕິບັດບັນດາໜ້າທີ່ການເມືອງຂອງນະຄອນຫຼວງ.
ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການ ປຊຊ ນະຄອນຮ່າໂນ້ຍ ເຈິ່ນຊິແທງ ໄດ້ປຸກລະດົມຂະບວນການແຂ່ງຂັນ “ວຽກດີຄົນເດັ່ນ” ປີ 2023.