(vovworld) – ໃນຊຸມມື້ນີ້, ຮ່າໂນ້ຍພວມມີການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ບັນດາຖະໜົນຕົ້ນຕໍຄື ດິງຕຽນຮ່ວາງ, ຈ່າງຕ່ຽນ, ຮ່າງບົງ, ບ່າຈ້ຽວ. . . ໄດ້ປະດັບປະດາ ດ້ວຍທຸງ, ດອກໄມ້ ແລະ ດອກໄຟ. ປ້າຍຄຳຂວັນດ້ວຍແຖວຕົວໜັງສື “ສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ” ຢູ່ຖະໜົນສາຍຕ່າງໆ.
ເພື່ອຕອບສະໜອງການເຄື່ອນໄຫວຕ່າງໆ, ວັນທີ 9/10, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດລາຍການກະຈາຍສຽງ ພິເສດດ້ວຍຫົວຂໍ້ວ່າ “ເພື່ອໃຫ້ ຮ່າໂນ້ຍ ສົມເປັນນະຄອນຫຼວງ ຂອງພວກເຮົາ”, ໄດ້ອອກອາກາດສົດແຕ່ເວລາ 8 ໂມງ 30 ນາທີ ຮອດ 11 ໂມງ ໃນລະບົບ VOV1. ເມື່ອແລກປ່ຽນກັບນັກຂ່າວ VOV, ເລຂາຄະນະພັກນະຄອນ ຮ່າໂນ້ຍ ຟ້າມກວາງງີ້, ຖືວ່າ:
“ຮ່າໂນ້ຍ ພາຍລັງ 10 ປີ, ບົນພື້ນຖານລະດັບການພັດທະນາເສດຖະກິດຄືປະຈຸບັນ ຫຼື ດີກ່ວາ, ກ່ຽວກັບດ້ານການກໍ່ສ້າງ ແລະ ວາງແຜນຜັງ ນັ້ນ, ຮ່າໂນ້ຍ ຈະມີບັນດາບາດກ້າວປ່ຽນໃໝ່ສຳຄັນ. ຄຽງຄູ່ກັນນັ້ນ, ຄຸນນະພາບດ້ານການບໍລິການຂອງ ຮ່າໂນ້ຍ ກໍ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແລະ ດຶງດູດກ່ວາ. ນະຄອນຫຼວງ ຈະຜັນຂະຫຍາຍບົດບາດແມ່ນສູນກາງທີ່ດູດດື່ມຂອງທົ່ວປະເທດ.”
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 8/10, ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບຄະນະໂຄສະນາສຶກສານະຄອນ, ສະຫະພັນແຮງງານ ນະຄອນໄດ້ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະ “ນັກທຸລະກິດ ຮ່າໂນ້ຍ ກັບນະຄອນຫຼວງ 60 ປີແຫ່ງການສ້າງສາ ແລະ ພັດທະນາ”. ກ່າວຄຳເຫັນໄຂລາຍການ, ທ່ານ ເຈີ່ນວັນຖືກ, ປະທານສະຫະພັນແຮງງານນະຄອນ ຮ່າໂນ້ຍ, ຊີ້ແຈ້ງວ່າ:
“ການພົບປະແລກປ່ຽນສະແດງສິລະປະນັກທຸລະກິດ ຮ່າໂນ້ຍ ກັບນະຄອນຫຼວງ 60 ປີແຫ່ງການສ້າງສາ ແລະ ພັດທະນາ ເພື່ອແນໃສ່ວາດພາບຄືນເຖິງບັນດາວິລະກຳທີ່ສະຫງ່າອົງອາດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ, ໃນນັ້ນພົ້ນເດັ່ນແມ່ນການປະກອບສ່ວນຂອງກຳລັງກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ, ນັກທຸລະກິດ ນະຄອນໃນຊຸມປີແຫ່ງການຕໍ່ຕ້ານ, ຮັບຮູ້ ແລະ ເຊີດຊູບັນດາຄວາມມານະພະຍາຍາມຂອງວິສາຫະກິດ, ນັກທຸລະກິດ ໃນການສ້າງສາ ແລະ ພັດທະນານະຄອນຫຼວງ.”