ເກືອບ 40%ກຳ​ລັງ​ແຮງ​ງານ​ໃນ​ເກ​ນ​ອາ​ຍຸອອກ​ແຮງ​ງານ ຫວຽດ​ນາມ ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ

(VOVWORLD) - ຕາມບົດລາຍງານຂອງ ປະກັນສັງຄົມ ຫວຽດນາມ ແລ້ວ, ປັດຈຸບັນຈຳນວນຜູ້ເຂົ້າຮ່ວມປະກັນສັງຄົມແບບບັງຄັບແມ່ນ 16,678 ລ້ານຄົນ, ຈຳນວນຜູ້ເຂົ້າຮ່ວມປະກັນສັງຄົມດ້ວຍຄວາມສະໝັກໃຈແມ່ນ 1,627 ລ້ານຄົນ. 
ເກືອບ 40%ກຳ​ລັງ​ແຮງ​ງານ​ໃນ​ເກ​ນ​ອາ​ຍຸອອກ​ແຮງ​ງານ ຫວຽດ​ນາມ ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ - ảnh 1ທ່ານ ຫງວຽນເທ້ແມັ້ງ ຜູ້ອຳນວຍການໃຫຍ່ ອົງການປະກັນສັງຄົມ ຫວຽດນາມ (ພາບ: laodong.vn)

ໃນບົດລາຍງານສະຫຼຸບ 6 ເດືອນຕົ້ນປີ, ປະກາດໃນວັນທີ 10 ກໍລະກົດ, ອົງການປະກັນສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ຫວຽດນາມມີຜູ້ເຂົ້າຮ່ວມປະກັນສັງຄົມກ່ວາ 18,3 ລ້ານຄົນ ບັນລຸລະດັບປົກຄຸມ 39,5%, ເພີ່ມຂຶ້ນ 1,164 ລ້ານຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ລະອຽດແມ່ນຕາມບົດລາຍງານຂອງ ປະກັນສັງຄົມ ຫວຽດນາມ, ປັດຈຸບັນຈຳນວນຜູ້ເຂົ້າຮ່ວມປະກັນສັງຄົມແບບບັງຄັບແມ່ນ 16,678 ລ້ານຄົນ, ຈຳນວນຜູ້ເຂົ້າຮ່ວມປະກັນສັງຄົມດ້ວຍຄວາມສະໝັກໃຈແມ່ນ 1,627 ລ້ານຄົນ. ນອກຈາກບັນດາຕົວເລກດັ່ງກ່າວ, ການສ້າງລະບົບນະໂຍບາຍກົດໝາຍ, ລະບົບຈັດຕັ້ງປະຕິບັດນະໂຍບາຍປະກັນ ສັງຄົມ ກໍ່ນັບມື້ນັບຮອບດ້ານ, ເປັນມືອາຊີບ, ມີປະສິດທິຜົນກ່ວາ. ທ່ານ ຫງວຽນເທ້ແມັ້ງ ຜູ້ອຳນວຍການໃຫຍ່ ອົງການປະກັນສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

ພວກເຮົາເຫັນວ່າຕົວເລກຄາດໝາຍປົກຄຸມຂອງປະກັນສັງຄົມລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງແຕ່ລະປີ. ບັນດາຕົວເລກຄາດໝາຍພື້ນຖານມີການເຕີບໂຕແບບຍືນຍົງ, ພິເສດແມ່ນຕົວເລກຄາດໝາຍກ່ຽວກັບການປົກຄຸມຂອງປະກັນສຸຂະພາບ. ສິດຜົນປະໂຫຍດຂອງປະຊາຊົນ, ຜູ້ອອກແຮງງານ, ວິສາຫະກິດ, ຮາກຖານກວດປິ່ນປົວພະຍາດໄດ້ເປີດກວ້າງຕາມຂໍ້ກຳນົດດ້ວຍຈິດໃຈປະຕິຮູບໄວທີ່ສຸດ ແລະ ຄົບຖວ້ນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ